Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 3:5 - ພຣະຄຳພີສັກສິ

5 ຂ້ານ້ອຍ​ຢຽດ​ຕົວເນີ້ງ​ແລະ​ນອນນິ້ງ​ຫລັບ​ໄປ ທັງຄືນ​ພຣະເຈົ້າຢາເວ​ຮັກສາ​ຂ້ານ້ອຍ​ໄວ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 3:5
11 Jak'a apnaqawi uñst'ayäwi  

ມັນ​ໄຮ້ປະໂຫຍດ​ທີ່​ນອນເດິກ​ລຸກເຊົ້າ​ທຸກ​ວັນ ໂດຍ​ເຮັດ​ວຽກ​ທຳງານ​ໜັກ​ເພື່ອ​ຫາ​ລ້ຽງຊີບ ເພາະ​ຜູ້​ທີ່​ພຣະອົງ​ຊົງ​ຮັກ​ຈຶ່ງ​ຈັດ​ໃຫ້​ຕາມ​ທີ່​ຕ້ອງການ ໃນ​ຂະນະທີ່​ພັກຜ່ອນ​ຢ່າງ​ສຸກ​ສະບາຍ​ຢູ່ນັ້ນ.


ຜູ້​ທີ່​ຖືກ​ຂົ່ມເຫັງ ເມື່ອ​ເບິ່ງ​ພຣະອົງ​ກໍ​ເບີກບານ​ໃຈ ແລະ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຈັກເທື່ອ.


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ນອນ​ລົງ​ກໍ​ເປັນ​ສຸກໃຈ ເພາະ​ພຣະອົງ​ໂຜດ​ຮັກສາ​ໃຫ້​ປອດໄພ​ຢ່າງດີ​ຍິ່ງ.


ພຣະອົງ​ໄດ້​ໃຫ້​ພວກເຮົາ​ມີ​ຊີວິດ​ຢູ່ ແລະ​ບໍ່ໄດ້​ປ່ອຍ​ໃຫ້​ພວກເຮົາ​ລົ້ມລົງ.


ການ​ຢຳເກງ​ພຣະເຈົ້າຢາເວ​ໃຫ້​ມີ​ຊີວິດ​ອັນ​ໝັ້ນຄົງ ແລະ​ໃຫ້​ຄອບຄົວ​ຢູ່​ຢ່າງ​ປອດໄພ​ໄດ້.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ເຈົ້າ​ຈະ​ບໍ່​ຢ້ານ​ເມື່ອ​ເຈົ້າ​ນັ່ງ​ລົງ ແລະ​ເຈົ້າ​ຈະ​ນອນ​ຫລັບ​ສະໜິດ​ຕະຫລອດ​ຄືນ.


ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.


ໃນ​ກາງຄືນ ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ໃຫ້​ປະຊາຊົນ​ນັ້ນ ເປໂຕ​ກໍ​ນອນ​ຫລັບ​ຢູ່​ລະຫວ່າງ​ທະຫານ​ຍາມ​ສອງ​ຄົນ ໂດຍ​ມີ​ໂສ້​ສອງ​ເສັ້ນ​ລ່າມ​ເປໂຕ​ໄວ້ ແລະ​ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ເຝົ້າ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka