4 ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ຈາກເນີນພູສັກສິດ ພຣະອົງຕອບຂ້ານ້ອຍແລ້ວ.
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
ພຣະອົງເປັນຜູ້ປົກປ້ອງຄຸ້ມຄອງແຕ່ໃດໆມາ ຂ້ານ້ອຍຈຶ່ງຝາກຄວາມຫວັງໄວ້ໃນຄຳສັນຍາຂອງພຣະອົງ.
ເມື່ອຮ້ອງຫາພຣະອົງກໍຕອບໂດຍໃຫ້ຂ້ານ້ອຍ ມີເຫື່ອແຮງດ້ວຍກຳລັງແລະຣິດອຳນາດຂອງພຣະອົງ.
ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວ ຜູ້ສົມຄວນແກ່ການສັນລະເສີນ ແລະພຣະອົງກໍຊ່ວຍຂ້ານ້ອຍໃຫ້ພົ້ນໄພ ຈາກສັດຕູໝູ່ມານ.
ພຣະອົງກ່າວວ່າ, “ເຮົາໄດ້ແຕ່ງຕັ້ງກະສັດຂອງເຮົາ; ຢູ່ເທິງພູເຂົາຊີໂອນ ພູສັກສິດຂອງເຮົາ.”
ສະນັ້ນ ຂ້ານ້ອຍຈຶ່ງຈະມີໄຊເໜືອເຫຼົ່າສັດຕູ ທີ່ພາກັນລ້ອມຂ້ານ້ອຍຢູ່ນັ້ນ. ຂ້ານ້ອຍຈະຖວາຍບູຊາໃນພຣະວິຫານດ້ວຍສຽງໂຮຮ້ອງຍິນດີ ທັງຮ້ອງເພງຖວາຍສັນລະເສີນພຣະເຈົ້າຢາເວ.
ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ.
ຂ້ານ້ອຍພາວັນນາອະທິຖານຫາພຣະເຈົ້າຢາເວ ແລະຄຳຕອບກໍມີມາ ຊົງປົດປ່ອຍຂ້ານ້ອຍຈາກຄວາມຢ້ານທັງສິ້ນ.
ຜູ້ຂາດທີ່ເພິ່ງ ເມື່ອຮ້ອງຫາພຣະເຈົ້າຢາເວແລ້ວ ຄຳຕອບກໍມີມາ ພຣະອົງຊ່ວຍເອົາລາວຈາກຄວາມເດືອດຮ້ອນ.
ຂໍຊົງໂຜດສົ່ງແສງສະຫວ່າງແລະຄວາມຈິງຂອງພຣະອົງມາ ເພື່ອວ່າສິ່ງນັ້ນຈະໄດ້ນຳພາຂ້ານ້ອຍ ແລະນຳຂ້ານ້ອຍກັບຄືນໄປສູ່ຊີໂອນ ເນີນພູສັກສິດ ແລະສູ່ພຣະວິຫານບ່ອນທີ່ພຣະອົງສະຖິດຢູ່.
ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.”
ຈົ່ງໄວ້ວາງໃຈໃນພຣະເຈົ້າໄດ້ທຸກເວລາ ປະຊາຊົນຂອງຂ້ອຍເອີຍ. ຈົ່ງທູນຄວາມເດືອດຮ້ອນທຸກຢ່າງໃຫ້ພຣະອົງຟັງ ເພາະພຣະອົງເປັນທີ່ເພິ່ງຂອງພວກເຮົາ.
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ດົນນານມາແລ້ວທີ່ພຣະອົງກ່າວທາງນິມິດຄວາມຝັນ ຕໍ່ບັນດາຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງນັ້ນວ່າ, “ເຮົາໄດ້ຖອກເທພະກຳລັງໃຫ້ນັກຮົບຄົນໜຶ່ງທີ່ມີຊື່ສຽງດີ ແລະມອບບັນລັງໃຫ້ຜູ້ໜຶ່ງທີ່ເຮົາໄດ້ເລືອກໄວ້ຈາກໄພ່ພົນທັງປວງ.
ເຮົາຈະຂານຕອບເມື່ອພວກເຂົາເອີ້ນຫາເຮົາ ເຮົາຈະຢູ່ນຳເມື່ອພວກເຂົາເດືອດຮ້ອນ. ເຮົາຈະຊ່ວຍກູ້ເອົາພວກເຂົາໃຫ້ພົ້ນໄພ ທັງຈະໃຫ້ຍົດສັກແກ່ເຂົາເຈົ້າດ້ວຍ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຈົ່ງນະມັດສະການທີ່ເນີນພູສັກສິດຂອງພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເປັນອົງບໍຣິສຸດ.
ພຣະອົງຊົງສະສົມສະຕິປັນຍາໄວ້ໃຫ້ຄົນທ່ຽງທຳ ພຣະເຈົ້າຊົງເປັນໂລ້ໃຫ້ແກ່ຜູ້ທີ່ດຳເນີນໃນຄວາມສັດຊື່.
ແມ່ນແຕ່ກ່ອນທີ່ພວກເຂົາພາວັນນາອະທິຖານສຸດ ເຮົາກໍຈະຕອບຄຳພາວັນນາອະທິຖານຂອງພວກເຂົາແລ້ວ.
ເມື່ອຂ້ານ້ອຍຮ້ອງຂໍນັ້ນພຣະອົງກໍໄດ້ຍິນ ຍິນສຽງຮ້ອງທູນຂໍຂອງຂ້ານ້ອຍແລ້ວ.”
“ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ.
ມີຜູ້ໃດໃນພວກເຈົ້າທົນທຸກຫລື ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ ມີຜູ້ໃດຊົມຊື່ນຍິນດີຫລື ໃຫ້ຜູ້ນັ້ນຮ້ອງເພງສັນລະເສີນ.