Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 3:3 - ພຣະຄຳພີສັກສິ

3 ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 3:3
19 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ພາຍ​ໃນ​ສາມ​ວັນ ກະສັດ​ຈະ​ປົດປ່ອຍ​ທ່ານ​ອອກ​ຈາກ​ຄຸກ ທັງ​ຍົກໂທດ​ໃຫ້​ແລະ​ມອບ​ຕຳແໜ່ງ​ເດີມ​ໃຫ້. ທ່ານ​ຈະ​ຍໍ​ຈອກ​ເຫຼົ້າ​ອະງຸ່ນ​ໃຫ້​ເພິ່ນ​ດັ່ງ​ທີ່​ເຄີຍ​ໄດ້​ເຮັດ​ມາ.


ຢ່າ​ໃຫ້​ເຮເຊກີຢາ​ຊັກຈູງ​ພວກທ່ານ​ໄປ​ເພິ່ງພາ​ອາໄສ​ພຣະເຈົ້າຢາເວ​ເລີຍ. ໂດຍ​ກ່າວ​ວ່າ​ພຣະເຈົ້າຢາເວ​ຈະ​ຊ່ວຍ​ພວກທ່ານ​ໃຫ້​ພົ້ນ ແລະ​ຢ່າ​ໄດ້​ຄິດ​ວ່າ​ພຣະອົງ​ຈະ​ຢຸດຢັ້ງ​ກອງທັບ​ອັດຊີເຣຍ​ຂອງ​ພວກເຮົາ ບໍ່​ໃຫ້​ຢຶດເອົາ​ເມືອງ​ຂອງ​ພວກທ່ານ.


ຈົນກວ່າ​ຂ້າພະເຈົ້າ​ຈະ​ຈັດຫາ​ບ່ອນ​ໃຫ້​ພວກທ່ານ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ໜຶ່ງ ຊຶ່ງ​ຄ້າຍ​ຄື​ກັບ​ປະເທດ​ຂອງ​ພວກທ່ານ​ເອງ ບ່ອນ​ທີ່​ມີ​ສວນອະງຸ່ນ​ເພື່ອ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ມີ​ເຂົ້າ​ເພື່ອ​ເຮັດ​ເຂົ້າຈີ່; ເປັນ​ດິນແດນ​ແຫ່ງ​ໝາກກອກເທດ, ນໍ້າມັນ​ໝາກກອກ ແລະ​ນໍ້າເຜິ້ງ. ຖ້າ​ພວກທ່ານ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ພວກທ່ານ​ກໍ​ຈະ​ບໍ່​ຕາຍ​ແຕ່​ມີ​ຊີວິດ​ຢູ່. ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກທ່ານ​ໃຫ້​ຄິດ​ວ່າ ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ເອົາ​ພວກທ່ານ.


ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ​ນັ້ນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ສິບສອງ ໃນ​ປີ​ທີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ກະສັດ​ຈະ​ດື່ມ​ນໍ້າ​ໃນ​ຫ້ວຍ​ທີ່​ໄຫລ​ຜ່ານ​ໃກ້​ຫົນທາງ ແລ້ວ​ຈະ​ມີ​ກຳລັງ​ວັງຊາ​ຢືນ​ຢ່າງ​ມີໄຊ​ໄດ້.


ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ແຕ່​ໃດໆ​ມາ ຂ້ານ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ຄຳສັນຍາ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ເປັນ​ຫີນດານ​ຂອງ​ຂ້ານ້ອຍ ເປັນ​ປ້ອມ​ອັນ​ແໜ້ນໜາ​ຂອງ​ຂ້ານ້ອຍ​ດ້ວຍ. ພຣະເຈົ້າ​ເປັນ​ຫີນ​ສີລາ​ທັງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ດັ່ງ​ໂລ້​ຕ້ານທານ​ນັ້ນ​ພຣະອົງ​ປົກປ້ອງ​ຂ້ານ້ອຍ ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ມີໄຊ​ເໜືອ​ເຫຼົ່າ​ສັດຕູ ທີ່​ພາກັນ​ລ້ອມ​ຂ້ານ້ອຍ​ຢູ່​ນັ້ນ. ຂ້ານ້ອຍ​ຈະ​ຖວາຍບູຊາ​ໃນ​ພຣະວິຫານ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ທັງ​ຮ້ອງເພງ​ຖວາຍ​ສັນລະເສີນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.


ຈົ່ງ​ຮູ້​ເຖີດ​ວ່າ​ພຣະເຈົ້າຢາເວ ເລືອກ​ຄົນ​ຊອບທຳ​ສຳລັບ​ພຣະອົງ ພຣະເຈົ້າຢາເວ​ຊົງ​ໄດ້ຍິນ ເມື່ອ​ຂ້ອຍ​ຮ້ອງຫາ​ພຣະອົງ.


ຄວາມພົ້ນ ແລະ​ກຽດ​ສັກສີ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະເຈົ້າ ພຣະເຈົ້າ​ເປັນ​ສີລາ​ແຫ່ງ​ຄວາມ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka