1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີສັດຕູຫລາຍ ມີຫລາຍຄົນທີ່ສຸດຫັນມາຕໍ່ສູ້ຂ້ານ້ອຍຢູ່
ຕໍ່ມາ ອັບຊາໂລມແລະຊາວອິດສະຣາເອນທັງໝົດກໍໄດ້ເຂົ້າມາໃນນະຄອນເຢຣູຊາເລັມ ໂດຍມີອາຮີໂຕເຟນຮ່ວມຢູ່ດ້ວຍ.
ຂໍຊົງໂຜດສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດຊ່ວຍເອົາຂ້ານ້ອຍດ້ວຍມືຂວາຂອງພຣະອົງແດ່ທ້ອນ ເມື່ອຢູ່ໃກ້ຊິດພຣະອົງກໍປອດໄພຈາກສັດຕູທັງສິ້ນ.
“ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມຕາຍ.
ປະຊາຊົນທັງໝົດຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງລາວ ຕົກຖືກພວກເຮົາ ແລະລູກຫລານຂອງພວກເຮົາ.”
ກະສັດທັງໝົດເຫຼົ່ານີ້ໄດ້ມາໂຮມກັນຕັ້ງຄ້າຍພັກທີ່ຫ້ວຍນໍ້າເມໂຣມ ເພື່ອຕໍ່ສູ້ພວກອິດສະຣາເອນ.