Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 27:3 - ພຣະຄຳພີສັກສິ

3 ເຖິງ​ແມ່ນ​ກອງທັບ​ທັງໝົດ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ໂຈມຕີ​ຂ້ານ້ອຍ​ກໍຕາມ ຂ້ານ້ອຍ​ກໍ​ຍັງ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 27:3
17 Jak'a apnaqawi uñst'ayäwi  

ຢາຮາຊີເອນ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຕະຫລອດ​ທັງ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ເຢຣູຊາເລັມ​ດ້ວຍ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ທັງຫລາຍ​ດັ່ງນີ້​ວ່າ, ‘ບໍ່​ຕ້ອງ​ຢ້ານ ແລະ​ຢ່າ​ສູ່​ຕົກໃຈ​ຕໍ່​ກອງທັບ​ໃຫຍ່​ນັ້ນ. ການ​ສູ້ຮົບ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ ແຕ່​ບໍ່ແມ່ນ​ຂຶ້ນ​ຢູ່​ກັບ​ພວກທ່ານ.’


ເຈົ້າ​ຢຳເກງ​ພຣະເຈົ້າ​ແລະ​ຊີວິດ​ກໍ​ບໍ່​ດ່າງພອຍ, ສະນັ້ນ ເຈົ້າ​ຈົ່ງ​ໝັ້ນໃຈ ແລະ​ຫວັງໃຈ​ເອົາ​ໄວ້.


ລາວ​ບໍ່​ຢ້ານ​ຕໍ່​ຂ່າວ​ບໍ່​ດີ​ທີ່​ມີ​ມາເຖິງ ຄວາມເຊື່ອ​ລາວ​ເຂັ້ມແຂງ ເພາະ​ລາວ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.


ຂ້ານ້ອຍ​ບໍ່​ຢ້ານ​ສັດຕູ​ເປັນ​ໝື່ນ​ເປັນ​ແສນ ທີ່​ຢູ່​ອ້ອມຂ້າງ​ອ້ອມແອວ​ຂ້ານ້ອຍ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.


ເມື່ອ​ຄົນ​ຊອບທຳ​ເຫັນ​ການນີ້​ກໍ​ຈະ​ຢ້ານຢຳ ແລ້ວ​ພວກເຂົາ​ກໍ​ຈະ​ຫົວ​ຫຍໍ້ຫຍັນ​ໃສ່​ເຈົ້າ​ວ່າ,


ຢ່າ​ຍອມ​ໃຫ້​ຜູ້​ຂັດຂວາງ​ເຮັດ​ໃຫ້​ພວກເຈົ້າ​ຢ້ານກົວ ຈົ່ງ​ກ້າຫານ​ຢູ່​ສະເໝີ ເພື່ອ​ພິສູດ​ໃຫ້​ພວກເຂົາ​ເຫັນ​ວ່າ ພວກເຂົາ​ຈະ​ເຖິງ​ຄວາມ​ຈິບຫາຍ ແລະ​ພວກເຈົ້າ​ຈະ​ເຖິງ​ຄວາມ​ພົ້ນ ສິ່ງ​ເຫຼົ່າ​ນີ້ ແມ່ນ​ພຣະເຈົ້າ​ທີ່​ຊົງ​ກະທຳ.


ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka