Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:9 - ພຣະຄຳພີສັກສິ

9 ຂໍ​ຢ່າ​ໄດ້​ທຳລາຍ​ຂ້ານ້ອຍ​ພ້ອມ​ກັບ​ຄົນບາບ​ທັງຫລາຍ ຂໍ​ຢ່າ​ເອົາ​ຊີວິດ​ໄປ​ດັ່ງ​ຄາດຕະກອນ​ຄົນ​ໜຶ່ງ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:9
14 Jak'a apnaqawi uñst'ayäwi  

ລາວ​ດ່າ​ເພິ່ນ​ແລະ​ເວົ້າ​ວ່າ, “ໜີໄປ​ໃຫ້​ພົ້ນ ໜີໄປ​ໃຫ້​ພົ້ນ ຜູ້​ຮ້າຍ​ຂ້າ​ຄົນ ອາດຊະຍາກອນ​ຜູ້​ໂຫດຫ້ຽມ


ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (


ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຢາກ​ໃຫ້​ພຣະອົງ​ຂ້າ​ຄົນຊົ່ວຮ້າຍ​ໝົດ ແລະ​ຢາກ​ໃຫ້​ຜູ້ຂ້າຄົນ​ໜີ​ໄກ​ໄປ​ຈາກ​ດ້ວຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ນຳ​ຜູ້​ທີ່​ຂ້າ​ຄົນ​ແລະ​ຄົນ​ຂີ້ຕົວະ ໃຫ້​ເຂົ້າ​ໄປ​ສູ່​ຂຸມຝັງສົບ​ພຸ້ນ ກ່ອນ​ທີ່​ອາຍຸ​ເຄິ່ງ​ໜຶ່ງ​ຂອງ​ພວກເຂົາ​ໝົດ​ໄປ ສ່ວນ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


ແລະ​ຈະ​ຜ່າ​ລາວ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ໜ້າຊື່​ໃຈຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”


ບັນດາ​ປະຊາຊົນ​ທຸກ​ຊົນຊາດ ຈະ​ຖືກ​ນຳ​ມາ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ພຣະອົງ, ແລ້ວ​ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ ເໝືອນ​ກັບ​ຄົນ​ລ້ຽງ​ສັດ​ແຍກ​ຝູງແກະ​ອອກ​ຈາກ​ຝູງແບ້.


ແລ້ວ​ພວກເຂົາ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ພຣະອົງເຈົ້າ​ເອີຍ, ເມື່ອໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ຫລື​ຫິວນໍ້າ ຫລື​ເປັນ​ແຂກບ້ານ ຫລື​ເປືອຍກາຍ ຫລື​ເຈັບປ່ວຍ ຫລື​ຢູ່​ໃນ​ຄຸກ ແລະ​ພວກ​ຂ້ານ້ອຍ​ບໍ່ໄດ້​ບົວລະບັດ​ພຣະອົງ?’


ແລ້ວ​ພວກ​ເຫຼົ່ານີ້​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ລົງໂທດ​ອັນ​ຕະຫລອດໄປ​ເປັນນິດ, ແຕ່​ພວກ​ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິຣັນດອນ.”


ຖ້າ​ມີ​ຜູ້ໃດ​ຜູ້ໜຶ່ງ​ຈະ​ໂຈມຕີ​ທ່ານ ແລະ​ພະຍາຍາມ​ຈະ​ຂ້າ​ທ່ານ ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ກໍ​ຈະ​ຮັກສາ​ທ່ານ​ໃຫ້​ພົ້ນ ເໝືອນດັ່ງ​ຜູ້ໜຶ່ງ​ທີ່​ເຝົ້າ​ຮັກສາ​ສົມບັດ​ອັນ​ປະເສີດ​ຂອງ​ພຣະອົງ. ສຳລັບ​ເຫຼົ່າ​ສັດຕູ​ຂອງທ່ານ​ນັ້ນ ພຣະອົງ​ຈະ​ໂຍນ​ພວກເຂົາ​ຖິ້ມ ດັ່ງ​ກ້ອນຫີນ​ທີ່​ຖືກ​ຍິງ​ອອກ​ໄປ​ຈາກ​ກະຖຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka