Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:8 - ພຣະຄຳພີສັກສິ

8 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ວິຫານ​ຂອງ​ພຣະອົງ ຊຶ່ງ​ເປັນ​ບ່ອນ​ສະຖິດ​ຂອງ​ພຣະອົງ ເປັນ​ສະຖານ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:8
22 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຊາດົກ​ວ່າ, “ຈົ່ງ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບເມືອ​ສາ ຖ້າ​ພຣະເຈົ້າຢາເວ​ພໍໃຈ​ກັບ​ເຮົາ ໃນ​ມື້​ໜຶ່ງ​ຂ້າງ​ໜ້າ ພຣະອົງ​ຈະ​ໃຫ້​ເຮົາ​ກັບຄືນ​ມາ​ເຫັນ​ຫີບ​ນີ້​ແລະ​ເຫັນ​ບ່ອນ​ທີ່​ຫີບ​ນີ້​ຕັ້ງ​ຢູ່.


ນອກຈາກ​ສິ່ງ​ທັງໝົດ​ທີ່​ໄດ້​ຖືກ​ຈັດຫາ​ໄວ້​ນັ້ນ ຂ້າພະເຈົ້າ​ຍັງ​ໄດ້​ມອບ​ເງິນ​ແລະ​ຄຳ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ໃຫ້​ຕື່ມ ເພາະ​ຂ້າພະເຈົ້າ​ຮັກ​ວິຫານ​ຂອງ​ພຣະເຈົ້າ.


ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຈົບ​ແລ້ວ ກໍ​ມີ​ໄຟ​ລົງ​ມາ​ຈາກ​ສະຫວັນ​ລຸກ​ໄໝ້​ເຄື່ອງ​ບູຊາ​ຕ່າງໆ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຫຸ້ມ​ເຕັມ​ຢູ່​ທີ່​ພຣະວິຫານ.


ຍ້ອນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຕັມ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ບັນດາ​ປະໂຣຫິດ​ຈຶ່ງ​ບໍ່​ອາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.


ເພາະ​ເຫັນ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ຂ້ານ້ອຍ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ຄວາມຈະເລີນ​ຮຸ່ງເຮືອງ​ຂອງທ່ານ.


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ​ພຽງແຕ່​ວັນດຽວ ກໍດີກວ່າ​ພັນວັນ​ຢູ່​ໃນ​ທີ່​ອື່ນໆ. ໄດ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າ ກໍດີກວ່າ​ໄດ້​ຢູ່​ໃນ​ເຮືອນ​ຂອງ​ຄົນຊົ່ວຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ປິ່ນປົວ​ຂ້ານ້ອຍ​ໃຫ້​ຫາຍດີ ຂ້ານ້ອຍ​ຈະ​ດີດ​ກິດຕາ ແລະ​ສັນລະເສີນ​ພຣະອົງ ທັງ​ຮ້ອງລຳ​ທຳເພງ​ພ້ອມ​ຖວາຍ​ແດ່​ພຣະອົງ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາບເທົ່າ​ທີ່​ຍັງ​ມີ​ຊີວິດ​ຢູ່.”


ແລ້ວ​ກະສັດ​ເຮເຊກີຢາ​ກໍ​ຖາມ​ວ່າ, “ແມ່ນຫຍັງ​ຈະ​ເປັນ​ໝາຍສຳຄັນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​ສາມາດ​ຂຶ້ນໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້?”


ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”


ເມື່ອ​ຊອກ​ຫາ​ໄດ້​ສາມ​ວັນ​ແລ້ວ ພວກເພິ່ນ​ກໍ​ພົບ​ພຣະ​ກຸມມານ​ນັ່ງ​ຢູ່​ໃນ​ພຣະວິຫານ ທ່າມກາງ​ກຸ່ມ​ອາຈານ​ຊາວ​ຢິວ ກຳລັງ​ຟັງ​ແລະ​ຊັກຖາມ​ພວກ​ອາຈານ​ເຫຼົ່ານັ້ນ​ຢູ່.


ພຣະ​ກຸມມານ​ຕອບ​ວ່າ, “ເປັນຫຍັງ​ຕ້ອງ​ຊອກ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ທີ່​ສະຖິດ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka