Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:7 - ພຣະຄຳພີສັກສິ

7 ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:7
23 Jak'a apnaqawi uñst'ayäwi  

ຈົ່ງ​ປະກາດ​ສະຫງ່າຣາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ການ​ອັດສະຈັນ​ທັງຫຼາຍ​ຂອງ​ພຣະອົງ​ໃນ​ທ່າມກາງ​ຄົນ​ທັງປວງ​ດ້ວຍ.


ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ຈົ່ງ​ກ່າວ​ເຖິງ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ນັ້ນ.


ຂໍ​ເປີດ​ປະຕູ​ແຫ່ງ​ຄວາມ​ຊອບທຳ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຈະ​ເຂົ້າໄປ ແລະ​ຖວາຍ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ພຣະອົງ​ດີ​ຕໍ່​ພວກເຮົາ. ຈົ່ງ​ຖື​ກິ່ງໄມ້ ແລະ​ເລີ່ມ​ສະຫລອງ​ເທດສະການ ຈົ່ງ​ພາກັນ​ຍ່າງ​ເປັນ​ຂະບວນ​ອ້ອມ​ແທ່ນບູຊາ​ເຖີດ.


ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ເຂົ້າໃຈ​ໃນ​ກົດບັນຍັດ​ທັງຫລາຍ ເພື່ອ​ຈະ​ໄດ້​ລຳລຶກ​ເຖິງ​ຄຳສັ່ງສອນ ອັນ​ດີເລີດ.


ຈົ່ງ​ຍົກ​ມື​ຂອງທ່ານ​ຂຶ້ນ​ພາວັນນາ​ອະທິຖານ​ໃນ​ພຣະວິຫານ ແລະ​ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ກ່າວ​ເຖິງ​ຣິດອຳນາດ​ທັງ​ສະຫງ່າຣາສີ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮໍ່າເພິງ​ເຖິງ​ການ​ອັດສະຈັນ​ນັ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ເທົ່ານັ້ນ​ທີ່​ກະທຳ​ສິ່ງ​ອັດສະຈັນ​ເຫຼົ່ານີ້.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ ດ້ວຍ​ໝົດ​ຫົວໃຈ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບອກ​ເຖິງ​ສິ່ງ​ຍິ່ງໃຫຍ່ ທັງໝົດ​ຊຶ່ງ​ພຣະອົງ​ໄດ້​ກະທຳ​ນັ້ນ.


ເພື່ອວ່າ​ຂ້ານ້ອຍ​ຈະ​ໄດ້​ກ່າວ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ປະຕູ​ທັງຫຼາຍ​ຂອງ​ລູກສາວ​ຊີໂອນ. ຂ້ານ້ອຍ​ກໍ​ຈະ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແລ້ວ.


ຂ້ານ້ອຍ​ຈະ​ຮ້ອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ຈະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ​ຊົງ​ຍິ່ງໃຫຍ່​ສູງສຸດ.


ຈົ່ງ​ເຂົ້າ​ມາ​ເຝົ້າ​ພຣະອົງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ ຮ້ອງເພງ​ຢ່າງ​ຊື່ນໃຈ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຫລັງຈາກ​ເດັກນ້ອຍ​ເຊົາ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວເຖິກ​ອາຍຸ​ສາມ​ປີ​ໜຶ່ງ​ໂຕ, ແປ້ງເຂົ້າ​ສິບ​ກິໂລກຼາມ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ ແລ້ວ​ນາງ​ກໍ​ພາ​ລູກ​ທີ່​ຍັງ​ນ້ອຍ​ຢູ່​ນັ້ນ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ.


ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ລູກ​ນຳ​ພຣະອົງ ແລະ​ພຣະເຈົ້າຢາເວ​ກໍ​ໂຜດ​ໃຫ້​ຕາມ​ທີ່​ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka