6 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຂໍລ້າງມືເພື່ອສະແດງວ່າ ຂ້ານ້ອຍບໍ່ມີຄວາມຜິດ ແລະໄປເຖິງແທ່ນບູຊາຂອງພຣະອົງ.
ຄືພວກທີ່ມືສະອາດແລະໃຈບໍຣິສຸດ ຄືຜູ້ທີ່ບໍ່ຍອມຂາບໄຫວ້ຮູບເຄົາຣົບ ຫລືບໍ່ໃຫ້ຄຳສັນຍາຢ່າງຫລອກລວງ.
ຂ້າແດ່ພຣະເຈົ້າ ແລ້ວຂ້ານ້ອຍກໍຈະໄປທີ່ແທ່ນບູຊາ ເພາະພຣະອົງເປັນບໍ່ເກີດແຫ່ງຄວາມສຸກອັນໃຫຍ່. ຂ້ານ້ອຍຈະຈັບກິດຕາຂຶ້ນດີດ ຮ້ອງເພງຍ້ອງຍໍສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ.
ແລ້ວມັນມີປະໂຫຍດຫຍັງທີ່ຂ້ານ້ອຍຮັກສາຕົນໃຫ້ບໍຣິສຸດ ແລະທັງບໍ່ເຄີຍໄດ້ສ້າງບາບດ້ວຍ.
ຊີໂມນເປໂຕຕອບພຣະອົງວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເຈົ້າເອີຍ ບໍ່ແມ່ນແຕ່ຕີນເທົ່ານັ້ນ ລ້າງທັງມືແລະຫົວຂອງຂ້ານ້ອຍນຳດ້ວຍ.”
ແລ້ວຈົ່ງໃຫ້ພວກຜູ້ນຳທັງໝົດຂອງເມືອງ ຊຶ່ງໃກ້ທີ່ສຸດກັບບ່ອນທີ່ພົບສົບຄົນຕາຍລ້າງມືໃສ່ເທິງງົວ
ເຮົາຢາກໃຫ້ຜູ້ຊາຍທຸກຄົນຍົກມືພາວັນນາອະທິຖານ ດ້ວຍຈິດໃຈບໍຣິສຸດຢູ່ໃນທຸກແຫ່ງ ໂດຍບໍ່ມີໃຈຄຽດຮ້າຍແລະການຜິດຖຽງກັນ.
ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິດຈະການອັນຊອບທຳທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃຫ້ພວກເຮົາມີໃຈບັງເກີດໃໝ່ ແລະຊົງສ້າງພວກເຮົາຂຶ້ນໃໝ່ ໂດຍພຣະວິນຍານບໍຣິສຸດເຈົ້າ.