Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:4 - ພຣະຄຳພີສັກສິ

4 ຂ້ານ້ອຍ​ບໍ່​ເຂົ້າ​ສ່ວນ​ກັບ​ຄົນ​ມີ​ອຸບາຍ ແລະ​ບໍ່​ຫຍຸ້ງກ່ຽວ​ອັນໃດ​ກັບ​ຄົນ​ໜ້າຊື່​ໃຈຄົດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:4
11 Jak'a apnaqawi uñst'ayäwi  

ຂ້ອຍ​ສາບານ​ໄດ້​ວ່າ​ບໍ່ເຄີຍ​ກະທຳ​ຊົ່ວ​ໃດໆ ແລະ​ບໍ່ໄດ້​ພະຍາຍາມ​ຫລອກລວງ​ຄົນ​ໃດໆ​ທັງ​ນັ້ນ.


ຄວາມສຸກ​ເປັນ​ຂອງ​ບຸກຄົນ ຜູ້​ທີ່​ບໍ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ຄົນຊົ່ວຮ້າຍ ຫລື​ບໍ່​ປະພຶດ​ຕາມ​ແບບຢ່າງ​ຂອງ​ຄົນບາບ ຫລື​ບໍ່​ຕິດພັນ​ຢູ່​ກັບ​ຄົນ​ປະໝາດ​ພຣະເຈົ້າ.


ຂ້ານ້ອຍ​ຈະ​ບໍ່​ຢູ່​ໃກ້​ກັບ​ຄົນ​ບໍ່​ຈິງໃຈ ທັງ​ຈະ​ບໍ່​ກ່ຽວພັນ​ກັບ​ຄວາມ​ຊົ່ວຮ້າຍ.


ຈົ່ງ​ໜີ​ຈາກ​ຂ້ອຍ​ເຖີດ ເຈົ້າ​ຄົນຊົ່ວຮ້າຍ​ເອີຍ ຝ່າຍ​ຂ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ພຣະເຈົ້າ​ຂອງຂ້ອຍ.


ຂ້ານ້ອຍ​ເປັນ​ເພື່ອນ​ກັບ​ທຸກຄົນ​ທີ່​ຮັບໃຊ້​ພຣະອົງ ແລະ​ກັບ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ດ້ວຍ.


ພໍ່ນາ​ທີ່​ດຸໝັ່ນ​ກໍ​ມີຢູ່​ມີກິນ​ບໍ່​ອຶດ, ແຕ່​ຄົນໂງ່ຈ້າ​ເສຍ​ເວລາ​ຍ້ອນ​ໂຄງການ​ທີ່​ບໍ່ມີ​ປະໂຫຍດ.


ຄົບ​ຄົນ​ດີ​ມີ​ສີ​ແກ່​ຕົວ ຄົບ​ຄົນຊົ່ວ​ພາ​ຕົວ​ໝົ່ນໝອງ.


ຈົ່ງ​ໜີ​ຈາກ​ໝູ່​ທີ່​ໂງ່ຈ້າ​ນັ້ນ​ສາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົ່ງ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຮອບຮູ້.”


ຂ້ານ້ອຍ​ບໍ່ໄດ້​ໃຊ້​ເວລາ​ກັບ​ຄົນອື່ນ​ໃຫ້​ເສຍ​ໄປ​ລ້າໆ ໂດຍ​ຫົວເລາະ​ແລະ​ສະໜຸກ​ສະໜານ. ໂດຍ​ຍອມ​ເຊື່ອຟັງ​ພຣະ​ຂໍ້ຄຳສັ່ງ ຂ້ານ້ອຍ​ໄດ້​ຢູ່​ຕາມ​ລຳພັງ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka