Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:3 - ພຣະຄຳພີສັກສິ

3 ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ນຳ​ໜ້າ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ຄວາມຈິງ​ກໍ​ນຳ​ໜ້າ​ຂ້ານ້ອຍ​ໄປ​ເລື້ອຍໆ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:3
25 Jak'a apnaqawi uñst'ayäwi  

“ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈົດຈຳ​ບໍ​ວ່າ​ຂ້ານ້ອຍ​ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ ດ້ວຍ​ຄວາມສັດຊື່ ແລະ​ຈົງຮັກ​ພັກດີ; ຂ້ານ້ອຍ​ໄດ້​ພະຍາຍາມ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ສະເໝີມາ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໂດຍ​ບໍ່ມີ​ຄວາມຜິດ ເມື່ອໃດ​ເດ​ພຣະອົງ​ຈະ​ມາ​ພົບ? ຢູ່​ໃນ​ເຮືອນ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຢູ່​ຢ່າງ​ບໍຣິສຸດ ຈະ​ບໍ່​ໂຍະຍານ​ໃຫ້​ເລີຍ​ກັບ​ຄວາມ​ຊົ່ວຊ້າ.


ຄວາມ​ຍຸດຕິທຳ​ຂອງ​ພຣະອົງ​ຈະ​ຍືນຍົງ​ຢູ່​ສືບໄປ ແລະ​ກົດບັນຍັດ​ຂອງ​ພຣະອົງ​ກໍ​ເປັນ​ຄວາມຈິງ​ຢູ່ເລື້ອຍ.


ຂໍ​ຊົງ​ໂຜດ​ສັ່ງສອນ​ໃຫ້​ໃຊ້​ຊີວິດ​ໃນ​ຄວາມຈິງ​ຂອງ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະ​ຜູ້​ຊ່ວຍ​ຂອງ​ຂ້ານ້ອຍ​ເລື້ອຍໆ​ມາ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ຕະຫລອດ​ມາ​ບໍ່​ຂາດ.


ເປັນຫຍັງ​ຈຶ່ງ​ອວດອ້າງ​ຄວາມຊົ່ວ​ຂອງເຈົ້າ ມະນຸດ​ຜູ້​ແຂງແຮງ​ເອີຍ? ຄວາມສັດຊື່​ຂອງ​ພຣະອົງ​ດຳລົງ​ສືບໄປ​ເປັນນິດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ຂ້ານ້ອຍ​ເຮັດ ແລະ​ຂ້ານ້ອຍ​ຈະ​ເຊື່ອຟັງ​ດ້ວຍ​ຈິງໃຈ ຂໍ​ຊົງ​ໂຜດ​ບອກສອນ​ຂ້ານ້ອຍ​ໃຫ້​ຮູ້​ຮັບໃຊ້​ພຣະອົງ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຮັບໃຊ້​ຢ່າງ​ສຸດໃຈ.


ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ​ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka