Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 26:2 - ພຣະຄຳພີສັກສິ

2 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກວດເບິ່ງ​ແລະ​ທົດສອບ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ພິສູດ​ເຖິງ​ຄວາມ​ປາຖະໜາ ແລະ​ຄວາມຄິດ​ຈິດໃຈ​ຂອງ​ຂ້ານ້ອຍ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 26:2
8 Jak'a apnaqawi uñst'ayäwi  

ແມ່ນ​ຜິດບາບ​ຫຍັງ​ແດ່ ທີ່​ຂ້ານ້ອຍ​ໄດ້​ກະທຳ? ແມ່ນ​ໂທດກຳ​ຫຍັງ ທີ່​ພຣະອົງ​ໄດ້​ກ່າວຟ້ອງ?


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າ ພຣະອົງ​ທົດລອງ​ເບິ່ງ​ພວກ​ຂ້ານ້ອຍ ເໝືອນ​ດັ່ງ​ເງິນ​ຖືກ​ຊຳລະ​ດ້ວຍ​ໄຟ​ສັນໃດ ພຣະອົງ​ກໍ​ຊົງ​ຊຳລະ​ພວກ​ຂ້ານ້ອຍ​ສັນນັ້ນ.


ພຣະອົງ​ຄື​ພຣະເຈົ້າ​ອົງ​ຊອບທຳ ຜູ້​ຢັ່ງ​ຮູ້​ຄວາມຄິດ​ຈິດໃຈ ທັງ​ຄວາມ​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ. ພຣະອົງ​ລະງັບ​ຄວາມ​ຊົ່ວຮ້າຍ​ຂອງ​ຄົນຊົ່ວ​ທັງຫລາຍ ແລະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ຊອບທຳ​ທຸກຄົນ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka