11 ແຕ່ສຳລັບຂ້ານ້ອຍດຳເນີນຊີວິດໃນຄວາມຖືກຕ້ອງ ຂໍຊົງໂຜດເມດຕາແລະໄຖ່ເອົາຂ້ານ້ອຍໄວ້ດ້ວຍ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊົງໂຜດຈົດຈຳສິ່ງດີໆທັງໝົດເຫຼົ່ານີ້ ທີ່ຂ້ານ້ອຍໄດ້ເຮັດສຳລັບວິຫານຂອງພຣະເຈົ້າຂອງຂ້ານ້ອຍ ແລະການຮັບໃຊ້ພຣະອົງໃນທີ່ນັ້ນດ້ວຍເຖີດ.
ຂ້າພະເຈົ້າສັ່ງໃຫ້ຊາວເລວີຊຳລະຕົວ ແລະໄປເຝົ້າຍາມປະຕູ ເພື່ອໃຫ້ແນ່ໃຈວ່າວັນຊະບາໂຕໄດ້ຖືກຮັກສາໄວ້ໃຫ້ບໍຣິສຸດ. ໂອ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລະນຶກເຖິງຂ້ານ້ອຍໃນເລື່ອງນີ້ເຊັ່ນດຽວກັນແດ່ທ້ອນ ແລະຂໍຊົງໂຜດເອັນດູຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ.
ຂ້າພະເຈົ້າຈັດແຈງໃຫ້ພວກເຂົາຫາຟືນ ເພື່ອເຜົາເຄື່ອງບູຊາໃຫ້ໄດ້ຕາມກຳນົດ ແລະໃຫ້ປະຊາຊົນນຳພືດຜົນ ແລະໝາກໄມ້ສຸກເທື່ອທຳອິດມາຖວາຍ. ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດນັບສິ່ງທັງໝົດນີ້ວ່າ ເປັນກິດຈະການອັນດີຂອງຂ້ານ້ອຍດ້ວຍເທີ້ນ.
ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ກ່ອນຂ້າພະເຈົ້ານັ້ນ ລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ວັນ ເປັນຄ່າອາຫານແລະຄ່າເຫຼົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະຂ້າພະເຈົ້າຢຳເກງຢຳເກງພຣະເຈົ້າ.
ຢູ່ໃນດິນແດນອູເຊ ມີຊາຍຜູ້ໜຶ່ງຊື່ວ່າ ໂຢບ. ລາວນະມັດສະການພຣະເຈົ້າແລະສັດຊື່ຕໍ່ພຣະອົງ. ລາວເປັນຄົນດີແລະລະມັດລະວັງຕົວບໍ່ເຮັດຊົ່ວ.
ຂ້ານ້ອຍຈະດຳເນີນຊີວິດໂດຍບໍ່ມີຄວາມຜິດ ເມື່ອໃດເດພຣະອົງຈະມາພົບ? ຢູ່ໃນເຮືອນຂ້ານ້ອຍຈະດຳເນີນຊີວິດຢູ່ຢ່າງບໍຣິສຸດ ຈະບໍ່ໂຍະຍານໃຫ້ເລີຍກັບຄວາມຊົ່ວຊ້າ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງພິສູດຂ້ານ້ອຍດ້ວຍເຖີດ ເພາະວ່າຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີຕຳໜິ ແລະຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ໂດຍປັດສະຈາກຄວາມຫວັ່ນໄຫວ.
ແຕ່ພຣະເຈົ້າຈະກອບກູ້ເອົາຂ້ານ້ອຍແລະຈະຊ່ວຍຊູຂ້ານ້ອຍ ໃຫ້ພົ້ນຈາກຣິດອຳນາດຂອງຄວາມຕາຍໄດ້.
ຄົນຜູ້ໜຶ່ງໄຖ່ເອົາຊີວິດຂອງຕົນເອງບໍ່ໄດ້ເລີຍ ຈ່າຍຄ່າຊີວິດໃຫ້ພຣະເຈົ້າບໍ່ໄດ້ຈັກເທື່ອ
ຂໍຊົງໂຜດມາຫາດ້ວຍແລະຊ່ວຍໃຫ້ພົ້ນໄພແດ່ ໂຜດຊ່ວຍກູ້ເອົາຂ້ານ້ອຍໃຫ້ພົ້ນຈາກພວກສັດຕູຂອງຂ້ານ້ອຍດ້ວຍ.
“ຂ້າແດ່ພຣະເຈົ້າຢາເວ ຈົ່ງລະນຶກເຖິງດ້ວຍວ່າ ຂ້ານ້ອຍໄດ້ຮັບໃຊ້ພຣະອົງດ້ວຍຄວາມສັດຊື່ ແລະດ້ວຍຄວາມຈົງຮັກພັກດີ ແລະຂ້ານ້ອຍກໍບຳເພັນຕົນກະທຳແຕ່ສິ່ງທີ່ພຣະອົງຕ້ອງການໃຫ້ຂ້ານ້ອຍກະທຳ.” ແລ້ວເພິ່ນກໍຮ້ອງໄຫ້ຂຶ້ນຢ່າງຂົມຂື່ນ.
ສອງຜົວເມຍນີ້ດຳເນີນຊີວິດຢ່າງຖືກຕ້ອງຕໍ່ສາຍພຣະເນດຂອງພຣະເຈົ້າ ໂດຍເຊື່ອຟັງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລະຂໍ້ຄຳສັ່ງຂອງພຣະອົງຢ່າງບໍ່ມີທີ່ຕິ.
ພວກເຈົ້າເປັນພະຍານໃຫ້ພວກເຮົາໄດ້ ແລະພຣະເຈົ້າກໍເຊັ່ນດຽວກັນວ່າ, ຄວາມປະພຶດຂອງພວກເຮົາຕໍ່ພວກເຈົ້າຜູ້ທີ່ເຊື່ອນັ້ນ ແມ່ນບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະປາສະຈາກຄວາມຜິດ.
ພຣະອົງໄດ້ສະຫລະພຣະອົງເອງ ແທນພວກເຮົາທັງຫລາຍ ເພື່ອໄຖ່ເອົາພວກເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທັງໝົດ ແລະເພື່ອຊຳລະພວກເຮົາໃຫ້ເປັນຜູ້ບໍຣິສຸດ ເພື່ອເປັນໄພ່ພົນຂອງພຣະອົງໂດຍສະເພາະ ແລະມີໃຈຮ້ອນຮົນສຳລັບເຮັດຄວາມດີ.