1 ຂ້າແດ່ພຣະເຈົ້າຢາເວ ຂໍຊົງພິສູດຂ້ານ້ອຍດ້ວຍເຖີດ ເພາະວ່າຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີຕຳໜິ ແລະຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ໂດຍປັດສະຈາກຄວາມຫວັ່ນໄຫວ.
“ຂ້າແດ່ພຣະເຈົ້າຢາເວ ພຣະອົງຈົດຈຳບໍວ່າຂ້ານ້ອຍໄດ້ບົວລະບັດຮັບໃຊ້ພຣະອົງ ດ້ວຍຄວາມສັດຊື່ ແລະຈົງຮັກພັກດີ; ຂ້ານ້ອຍໄດ້ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະອົງສະເໝີມາ.” ແລ້ວເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ.
ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ໃນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າລາວ. ລາວຢຳເກງພຣະເຈົ້າ ແລະລະມັດລະວັງຕົວບໍ່ເຮັດຊົ່ວ. ເຈົ້າໄດ້ຊັກຊວນເຮົາໃຫ້ເຈົ້າໂຈມຕີລາວ ໂດຍບໍ່ມີເຫດຜົນຫຍັງແຕ່ໂຢບກໍຍັງສັດຊື່ຕໍ່ເຮົາ.”
ເຈົ້າຢຳເກງພຣະເຈົ້າແລະຊີວິດກໍບໍ່ດ່າງພອຍ, ສະນັ້ນ ເຈົ້າຈົ່ງໝັ້ນໃຈ ແລະຫວັງໃຈເອົາໄວ້.
ພຣະອົງຈະບໍ່ຍອມໃຫ້ເຈົ້າພະລາດລົ້ມລົງໄປ ພຣະຜູ້ຄຸ້ມຄອງຈະປົກປັກຮັກສາເຈົ້າໄວ້.
ຄືພວກທີ່ເຊື່ອຟັງພຣະເຈົ້າໃນທຸກສິ່ງ ແລະເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ ທັງເປັນຄົນເວົ້າຄວາມຈິງຈາກຈິດໃຈດ້ວຍ
ກະສັດໄວ້ວາງໃຈໃນພຣະເຈົ້າຢາເວ ຍ້ອນຄວາມຮັກອັນໝັ້ນຄົງຂອງອົງຍິ່ງໃຫຍ່ສູງສຸດ ທ່ານຈະບໍ່ຫວັ່ນໄຫວ.
ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ ຂໍຊົງໂຜດຊ່ວຍໃຫ້ຂ້ານ້ອຍພົ້ນຈາກຄວາມພ່າຍແພ້ອັນອັບອາຍ ແລະຢ່າໃຫ້ສັດຕູໄດ້ຫົວເຍາະເຍີ້ຍໃສ່ຂ້ານ້ອຍ
ຂໍຄວາມດີແລະຄວາມສັດຊື່ນັ້ນປົກປັກຮັກສາ ເພາະວ່າຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າ.
ແຕ່ສຳລັບຂ້ານ້ອຍດຳເນີນຊີວິດໃນຄວາມຖືກຕ້ອງ ຂໍຊົງໂຜດເມດຕາແລະໄຖ່ເອົາຂ້ານ້ອຍໄວ້ດ້ວຍ.
ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ.
ຂ້າແດ່ພຣະເຈົ້າຢາເວ ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະອົງ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງນັ້ນຊົງຊອບທຳ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດດ້ວຍ ຂໍຢ່າປ່ອຍໃຫ້ສັດຕູຂອງຂ້ານ້ອຍ ດູຖູກຢຽບຫຍາມຂ້ານ້ອຍເລີຍ.
ກົດບັນຍັດຂອງພຣະເຈົ້າກໍຢູ່ໃນຈິດໃຈຂອງພວກເຂົາ ພວກເຂົາບໍ່ເຄີຍຫ່າງເຫີນຈາກກົດບັນຍັດ.
ຈົ່ງຖວາຍບູຊາສິ່ງຖືກຕ້ອງແກ່ພຣະເຈົ້າຢາເວສາ ຈົ່ງໄວ້ວາງໃຈໃນພຣະອົງເຖີດ.
ຂ້າແດ່ພຣະເຈົ້າ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດ ຂໍຊົງໂຜດຊ່ວຍແກ້ຄະດີໃຫ້ຂ້ານ້ອຍດ້ວຍ ຄົນບໍ່ເຊື່ອພຣະເຈົ້າໄດ້ກ່າວຕໍ່ສູ້ຂ້ານ້ອຍ ໂຜດຊ່ວຍກູ້ຂ້ານ້ອຍຈາກຄົນຂີ້ຕົວະແລະຊົ່ວຮ້າຍ.
ຂ້າແດ່ພຣະເຈົ້າ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນໂດຍພຣະນາມຂອງພຣະອົງແດ່ ແລະໂຜດໃຫ້ເປັນອິດສະລະໂດຍພຣະກຳລັງຂອງພຣະອົງ.
ພຣະອົງເທົ່ານັ້ນທີ່ປົກປ້ອງແລະຊ່ວຍຂ້ານ້ອຍໃຫ້ພົ້ນໄພ ເມື່ອພຣະອົງເປັນຜູ້ປ້ອງກັນຂ້ານ້ອຍໄວ້ ຂ້ານ້ອຍຈະບໍ່ພ່າຍແພ້ຈັກເທື່ອ.
ພຣະອົງເປັນສີລາແລະຄວາມພົ້ນຂອງຂ້ານ້ອຍ ພຣະອົງເທົ່ານັ້ນເປັນຜູ້ປ້ອງກັນຂ້ານ້ອຍໄວ້ ຂ້ານ້ອຍຈະບໍ່ພ່າຍແພ້.
ໂອ ຂ້າແດ່ພຣະເຈົ້າຢາເວເອີຍ ພຣະອົງເປັນຜູ້ຕັດສິນມະນຸດສະໂລກທຸກຄົນ. ພຣະເຈົ້າຢາເວ ຂໍຊົງໂຜດຕັດສິນເຂົ້າຂ້າງຂ້ານ້ອຍດ້ວຍ ເພາະຮູ້ວ່າຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍກຳລັງລົ້ມ ແຕ່ຄວາມຮັກອັນໝັ້ນຄົງຂອງພຣະອົງ ກໍຊ່ວຍຊູຂ້ານ້ອຍໃຫ້ລຸກຂຶ້ນ.
ເມື່ອມີພໍ່ທີ່ສັດຊື່ແລະເຮັດໃນສິ່ງທີ່ຖືກຕ້ອງ ເຮັດໃຫ້ລູກຂອງຕົນໄດ້ຮັບພຣະພອນ.
ຜູ້ທີ່ກັງວົນນຳຄົນເວົ້າໃຫ້ ກໍເປັນອັນຕະລາຍ, ແຕ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ກໍມີຄວາມປອດໄພ.
ນີ້ແຫຼະ ແມ່ນສິ່ງທີ່ພວກເຮົາເອກອ້າງໄດ້ຄື: ໃຈສຳນຶກຜິດແລະຊອບຂອງພວກເຮົາກໍເປັນພະຍານວ່າ, ການດຳເນີນຊີວິດຂອງພວກເຮົາຢູ່ໃນໂລກນີ້ ດ້ວຍຄວາມບໍຣິສຸດໃຈແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ບໍ່ແມ່ນໂດຍປັນຍາຂອງມະນຸດ ແຕ່ເປັນມາໂດຍພຣະຄຸນຂອງພຣະເຈົ້າ.
ຈົ່ງຢຶດໝັ້ນຢູ່ກັບຄວາມຫວັງທີ່ພວກເຮົາປະກາດຕົວວ່າ ໄດ້ຮັບໄວ້ແລ້ວນັ້ນ ຢ່າໃຫ້ຫວັ່ນໄຫວ, ເພາະວ່າ ພຣະອົງຜູ້ຊົງປະທານພຣະສັນຍານັ້ນກໍຊົງສັດຊື່.
ຊຶ່ງເປັນຜູ້ທີ່ຣິດອຳນາດຂອງພຣະເຈົ້າ ຊົງເຝົ້າຮັກສາໄວ້ດ້ວຍຄວາມເຊື່ອ ຈົນໄດ້ເຖິງຄວາມພົ້ນ ຊຶ່ງພ້ອມແລ້ວທີ່ຈະປາກົດໃນວັນສຸດທ້າຍ.
ເພາະສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດສາພະຍາຍາມຫລາຍກວ່າເກົ່າ ເຮັດໃຫ້ຕົນເອງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ. ເພາະວ່າ ຖ້າເຮັດຢ່າງນັ້ນແລ້ວ ພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ.
ພຣະອົງຄຸ້ມຄອງຊີວິດຄົນທີ່ສັດຊື່ຕໍ່ພຣະອົງ ສ່ວນຄົນຊົ່ວຮ້າຍຈະຖືກດັບສູນໃນທີ່ມືດ; ມະນຸດບໍ່ຫ່ອນໄຊຊະນະໄດ້ດ້ວຍກຳລັງ ຄືໂດຍກຳລັງຂອງຕົນເອງທີ່ມີຢູ່ນັ້ນ.
ພຣະເຈົ້າຢາເວຈະຕັດສິນດອກວ່າ ໃນເຮົາທັງສອງຄົນນີ້ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກຳມືຂອງທ່ານດ້ວຍເທີ້ນ.”