Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 24:4 - ພຣະຄຳພີສັກສິ

4 ຄື​ພວກ​ທີ່​ມື​ສະອາດ​ແລະ​ໃຈ​ບໍຣິສຸດ ຄື​ຜູ້​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບເຄົາຣົບ ຫລື​ບໍ່​ໃຫ້​ຄຳສັນຍາ​ຢ່າງ​ຫລອກລວງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 24:4
32 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ເຖິງ​ແມ່ນ​ຂ້ອຍ​ລ້າງ​ຕົນເອງ​ດ້ວຍ​ສະບູ ຫລື​ຊຳລະລ້າງ​ຕົນ​ຈາກ​ການບາບ.


ທຸກໆເຊົ້າ​ໂຜດ​ເຕືອນ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ. ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປຮອດ​ພຣະອົງ ໂຜດ​ຊີ້ທາງ​ແກ່​ຂ້ານ້ອຍ​ເພື່ອ​ກ້າວ​ເດີນ​ໄປ​ດ້ວຍ.


ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.


ເພາະ​ເຮັດ​ຖືກຕ້ອງ​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ບຳເໜັດ ເພາະ​ບໍ່ມີ​ຄວາມຜິດ​ພຣະອົງ​ຈຶ່ງ​ອວຍພອນ​ໃຫ້.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນົບນ້ອມ​ຖວາຍ ຄຳພາວັນນາ​ອະທິຖານ​ດ້ວຍ​ຈິດວິນຍານ​ຫາ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຂໍ​ລ້າງ​ມື​ເພື່ອ​ສະແດງ​ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ ແລະ​ໄປ​ເຖິງ​ແທ່ນບູຊາ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ຂໍ​ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊົມຊື່ນ​ກັບ​ຄວາມພົ້ນ​ຂອງ​ພຣະອົງ ແລະ​ໂຜດ​ເຮັດ​ໃຫ້​ມີ​ໃຈ​ປະສົງ​ເຊື່ອຟັງ​ພຣະອົງ​ດ້ວຍ.


ພຣະເຈົ້າ​ຊົງ​ຄຸນຄວາມດີ​ແກ່​ອິດສະຣາເອນ ຄື​ແກ່​ພວກ​ທີ່​ມີ​ຈິດໃຈ​ບໍຣິສຸດ​ຜຸດຜ່ອງ.


ໃຜ​ບອກ​ໄດ້​ແທ້​ວ່າ​ຈິດສຳນຶກ​ຂອງຕົນ​ຜ່ອງໃສ ແລະ​ບາບ​ຂອງຕົນ​ກໍ​ຖືກ​ຊຳລະ​ແລ້ວ?


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ກິນ​ເຄື່ອງບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ


ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ບໍ່​ກິນ​ເຄື່ອງ​ທີ່​ໄດ້​ບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ ຫລື​ສົມສູ່​ກັບ​ຍິງ​ທີ່​ກຳລັງ​ເປັນ​ປະຈຳເດືອນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka