Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 24:1 - ພຣະຄຳພີສັກສິ

1 ແຜ່ນດິນ​ໂລກ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ທີ່​ອາໄສ​ຢູ່ ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 24:1
18 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ, ມີ​ໄຊຊະນະ, ງົດງາມ​ແລະ​ເຕັມປ່ຽມ​ດ້ວຍ​ສະຫງ່າຣາສີ. ທຸກໆ​ສິ່ງ​ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ຈອມ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ຊັບສົມບັດ​ທັງໝົດ​ນີ້​ມາ​ສ້າງ​ວິຫານ ເພື່ອ​ເປັນ​ການ​ຍ້ອງຍໍ​ໃຫ້ກຽດ​ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ; ແຕ່​ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ມາ​ຈາກ​ພຣະອົງ ແລະ​ເປັນ​ຂອງ​ພຣະອົງ​ທັງສິ້ນ.


ອາມາຊີຢາ​ຖາມ​ຄົນ​ຂອງ​ພຣະເຈົ້າ​ວ່າ, “ສ່ວນ​ເງິນ​ທີ່​ເຮົາ​ໄດ້​ຈ່າຍ​ໃຫ້​ພວກເຂົາ​ແລ້ວ​ນັ້ນ​ເດ ເຮົາ​ຈະ​ເຮັດ​ຢ່າງໃດ?” ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ພຣະເຈົ້າຢາເວ​ສົ່ງ​ຄືນ​ໃຫ້​ທ່ານ​ໄດ້​ຫລາຍກວ່າ​ນັ້ນ.”


ພຣະເຈົ້າ​ໄດ້​ຮັບ​ອຳນາດ​ມາ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ຊັ້ນບໍ? ຜູ້ໃດ​ຜູ້ໜຶ່ງ​ໄດ້​ໃຫ້​ພຣະອົງ​ເບິ່ງແຍງ​ໂລກ​ເຮົາ​ຫລື​ນີ້?


ຜູ້ໃດ​ແດ່​ໂຈມຕີ​ມັນ​ໄດ້ ແລະ​ຍັງ​ຢູ່​ຢ່າງ​ປອດໄພ? ບໍ່ມີ​ຜູ້ໃດ​ໃນ​ທົ່ວໂລກ​ນີ້ ທີ່​ສາມາດ​ເຮັດ​ໄດ້.


ມັນ​ຈະ​ຂໍຮ້ອງ​ເຈົ້າ​ໃຫ້​ປ່ອຍ​ມັນ​ໄປ​ບໍ? ມັນ​ຈະ​ຂໍ​ໃຫ້​ເຈົ້າ​ເມດຕາ​ມັນ​ຫລື​ບໍ່?


ເພາະ​ສັດ​ທັງໝົດ​ນັ້ນ​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ຝູງງົວ​ເທິງ​ເນີນພູ​ພັນໜ່ວຍ​ກໍ​ເປັນ​ຂອງເຮົາ​ທັງນັ້ນ.


ຖ້າ​ເຮົາ​ຫິວເຂົ້າ​ກໍ​ຈະ​ບໍ່​ຂໍ​ເຂົ້າ​ຈາກ​ເຈົ້າ​ກິນ ເພາະ​ໂລກ​ກັບ​ທຸກໆສິ່ງ​ກໍ​ເປັນ​ຂອງເຮົາ​ທັງສິ້ນ.


ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກ​ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ.


ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.


ທະເລ​ກັບ​ທຸກສິ່ງ​ຢູ່​ໃນ​ນັ້ນ​ກໍ​ສະໜັ່ນ​ຫວັ່ນໄຫວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ກໍ​ຮ້ອງລຳ​ທຳເພງ​ຂຶ້ນ.


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ໂມເຊ​ຈຶ່ງ​ບອກ​ກະສັດ​ຟາໂຣ​ວ່າ, “ເມື່ອ​ຂ້ານ້ອຍ​ອອກ​ໄປ​ຈາກ​ເມືອງ​ນີ້​ແລ້ວ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ​ຈະ​ຢຸດ​ແລະ​ໝາກເຫັບ​ກໍ​ຈະ​ບໍ່ມີ​ອີກ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງ​ພຣະເຈົ້າຢາເວ.


ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ. ທ່ານ​ຈະ​ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ໃນ​ກາງແຈ້ງ ບ່ອນ​ທີ່​ມີ​ໝອກ​ຕົກລົງ​ໃສ່​ທ່ານ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ທ່ານ​ກໍ​ຈະ​ຍອມຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ; ແລະ​ພຣະອົງ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ດ້ວຍວ່າ, “ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ໃນ​ນັ້ນ ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”


ຟ້າ​ສະຫວັນ ແລະ​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ເປັນ​ຂອງ​ພຣະອົງ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka