Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 23:3 - ພຣະຄຳພີສັກສິ

3 ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນໃໝ່ ທັງ​ນຳ​ສູ່​ທາງ​ອັນ​ຖືກຕ້ອງ ​ເພາະ​ເຫັນແກ່​ນາມຊື່​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 23:3
28 Jak'a apnaqawi uñst'ayäwi  

ພຣະອົງ​ນຳ​ພວກເຂົາ​ອອກ​ມາ​ຈາກ​ຂຸມຝັງສົບ ແລະ​ໃຫ້​ພວກເຂົາ​ມີ​ແສງ​ສະຫວ່າງ​ແຫ່ງ​ຊີວິດ.


ແຕ່​ເພາະ​ພຣະອົງ​ໄດ້​ສັນຍາ ພຣະອົງ​ຈຶ່ງ​ຊ່ວຍ​ພວກເພິ່ນ​ໃຫ້​ພົ້ນໄພ ເພື່ອ​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດທານຸພາບ​ຂອງ​ພຣະອົງ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຊ່ວຍຊູ​ຂ້ານ້ອຍ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມຮັກ​ຂອງ​ພຣະອົງ​ດີເລີດ​ປະເສີດ​ຫລາຍ ໂຜດ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ໄວ້​ດ້ວຍ.


ຂ້ານ້ອຍ​ຫລົງທາງ​ເໝືອນດັ່ງ​ແກະ​ທີ່​ຫລົງເສຍ​ໄປ. ສະນັ້ນ ຂໍ​ພຣະອົງ​ຊອກ​ຫາ​ຂ້ານ້ອຍ​ແດ່ທ້ອນ ຄື​ຊອກ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຈັກເທື່ອ.


ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຄົບຖ້ວນ​ແລະ​ສົມບູນ​ດີ ເປັນ​ທີ່​ຟື້ນຟູ​ຈິດໃຈ​ໃຫ້​ມີ​ແຮງ​ຂຶ້ນ​ໃໝ່. ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ໄວ້ວາງໃຈ ທັງ​ໃຫ້​ປັນຍາ​ແກ່​ຜູ້​ທີ່​ຂາດ​ປັນຍາ​ໄດ້.


ພຣະອົງ​ເປັນ​ທີ່​ເພິ່ງ​ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ ໂຜດ​ບອກ​ທາງ​ແລະ​ນຳພາ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.


ໂຜດ​ຮັກສາ​ຂ້ານ້ອຍ​ຈາກ​ແຮ້ວ​ທີ່​ຖືກ​ຫ້າງ​ໄວ້​ແດ່ ແລະ​ເປັນ​ທີ່​ຫລົບລີ້​ໃຫ້​ຂ້ານ້ອຍ​ແດ່ທ້ອນ.


ຈົ່ງ​ຮ່ວມ​ກັບ​ຂ້ອຍ​ປະກາດ​ວ່າ​ພຣະເຈົ້າຢາເວ​ຍິ່ງໃຫຍ່ ໃຫ້​ພວກເຮົາ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ພ້ອມກັນ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງສັດຊື່​ເອີຍ ຂ້ານ້ອຍ​ນີ້​ມີ​ສັດຕູ​ຫລາຍ​ຄົນ​ແທ້ໆ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ດຳເນີນ​ຕາມ​ທາງ​ຂອງ​ພຣະອົງ​ໃຫ້​ງ່າຍ​ຂຶ້ນ ເພື່ອ​ຂ້ານ້ອຍ​ຈະ​ກ້າວເດີນ​ໄປ​ໄດ້.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ຂໍ​ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊົມຊື່ນ​ກັບ​ຄວາມພົ້ນ​ຂອງ​ພຣະອົງ ແລະ​ໂຜດ​ເຮັດ​ໃຫ້​ມີ​ໃຈ​ປະສົງ​ເຊື່ອຟັງ​ພຣະອົງ​ດ້ວຍ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ ເພື່ອ​ເຫັນແກ່​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະອົງ. ຂໍ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ແລະ​ອະໄພ​ບາບ​ໃຫ້​ແດ່ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ.


ຄວາມ​ຊອບທຳ​ຈະ​ໄປ​ກ່ອນ​ໜ້າ​ພຣະອົງ ແລະ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ພຣະອົງ​ດ້ວຍ.


ພໍ່​ໄດ້​ບອກສອນ​ເຈົ້າ​ເຖິງ​ປັນຍາ ແລະ​ການ​ດຳເນີນ​ຊີວິດ​ໃນ​ທາງ​ອັນ​ຖືກຕ້ອງ.


ເຮົາ​ຍ່າງ​ໃນ​ຮ່ອມ​ແຫ່ງ​ຄວາມ​ຊອບທຳ ຕາມ​ທາງ​ເດີນ​ແຫ່ງ​ຄວາມ​ຍຸດຕິທຳ​ດ້ວຍ.


ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.


ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.


ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.


ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka