Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 23:2 - ພຣະຄຳພີສັກສິ

2 ພຣະອົງ​ໃຫ້​ຂ້ານ້ອຍ​ພັກເຊົາ​ຢູ່​ໃນ​ທົ່ງຫຍ້າ​ອັນ​ຂຽວສົດ ພຣະອົງ​ນຳພາ​ຂ້ານ້ອຍ​ໄປ​ທີ່​ບໍ່ນໍ້າ​ອັນ​ສົດໃສ​ແລະ​ມິດງຽບ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 23:2
11 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.


ຕໍ່ມາ ພວກເຂົາ​ໄດ້​ເດີນທາງ​ມາ​ເຖິງ​ເອລິມ ຊຶ່ງ​ໃນ​ບ່ອນ​ນັ້ນ​ມີ​ນໍ້າ​ອອກ​ບໍ່​ສິບສອງ​ແຫ່ງ ແລະ​ມີ​ຕົ້ນ​ຕານ​ເຈັດສິບ​ຕົ້ນ. ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ບໍ່ນໍ້າ​ແຫ່ງ​ນີ້.


ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.


ພຣະອົງ​ບອກ​ວ່າ, “ຍ້ອນ​ປະຊາຊົນ​ເຫຼົ່ານີ້​ໄດ້​ປະຕິເສດ ສາຍ​ນໍ້າ​ທີ່​ງຽບ​ສະຫງັດ​ຈາກ​ຫ້ວຍ​ນໍ້າ​ຊີໂລອາ ແລະ​ສັ່ນເຊັນ ຕໍ່ໜ້າ​ກະສັດ​ເຣຊິນ​ແລະ​ກະສັດ​ເປກາ


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka