2 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮ້ອງຫາໃນກາງເວັນ ແຕ່ພຣະອົງບໍ່ໃຫ້ຄຳຕອບ ຂ້ານ້ອຍເອີ້ນຫາພຣະອົງໃນເວລາກາງຄືນ ຈົນວ່າບໍ່ໄດ້ຮັບການພັກຜ່ອນ.
ຂ້ານ້ອຍຮ້ອງໄຫ້ທັງເວັນທັງຄືນ ອາຫານທີ່ກືນລົງກໍມີແຕ່ນໍ້າຕາເທົ່ານັ້ນ ເຫຼົ່າສັດຕູໄດ້ຖາມຂ້ານ້ອຍຢູ່ເລື້ອຍວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?”
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ດົນປານໃດທີ່ຍັງຊົງໂກດຮ້າຍ ຕໍ່ຄຳພາວັນນາອະທິຖານຂອງປະຊາຊົນພຣະອົງນັ້ນ?
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຄວາມພົ້ນຂອງຂ້ານ້ອຍເອີຍ ຂ້ານ້ອຍມາເຝົ້າ ຢູ່ຕໍ່ໜ້າພຣະອົງຮ້ອງໄຫ້ທັງເວັນທັງຄືນ.
ຄຳພາວັນນາອະທິຖານຂອງພວກຂ້ານ້ອຍຂຶ້ນໄປບໍ່ເຖິງ ຍ້ອນຄວາມຮ້າຍຂອງພຣະອົງຕຶບໜາດັ່ງກ້ອນເມກ.
ຂ້ອຍຮ້ອງຫາຜູ້ຊ່ວຍເຫລືອສຽງດັງໆ ແຕ່ພຣະເຈົ້າບໍ່ຟັງສຽງຮ້ອງຂອງຂ້ອຍ;
ພຣະອົງຈຶ່ງປະພວກເພິ່ນໄວ້ແລ້ວໄປອີກ ເພື່ອພາວັນນາອະທິຖານເປັນເທື່ອທີສາມ ໂດຍກ່າວຖ້ອຍຄຳຢ່າງດຽວກັນ.
ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະກາງຄືນນັ້ນ ເຖິງແມ່ນວ່າ ພຣະອົງຈະຊົງຊ້ານານໃນການຂອງພວກເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທຳແກ່ພວກເຂົາບໍ?
ໃນເວລານັ້ນ, ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູໜ່ວຍໜຶ່ງ ເພື່ອພາວັນນາອະທິຖານ ແລະໃຊ້ເວລາພາວັນນາອະທິຖານຕໍ່ພຣະເຈົ້າຢູ່ທີ່ນັ້ນຕະຫລອດຄືນ.
ພວກເຮົາພາວັນນາອະທິຖານທັງເວັນແລະຄືນ ດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອຈະໄດ້ເຫັນໜ້າພວກເຈົ້າອີກສ່ວນຕົວ ເພື່ອຈະເສີມສ້າງຄວາມເຊື່ອຂອງພວກເຈົ້າທີ່ບົກຜ່ອງຢູ່ນັ້ນໃຫ້ຄົບເຕັມ.
ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ເຮົາຮັບໃຊ້ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ດັ່ງບັນພະບຸລຸດຂອງເຮົາໄດ້ປະຕິບັດມາ ເຮົາໂມທະນາຂອບພຣະຄຸນພຣະອົງຢູ່ສະເໝີ ເມື່ອເຮົາລະນຶກເຖິງເຈົ້າໃນຄຳພາວັນນາອະທິຖານຂອງເຮົາທັງກາງຄືນແລະກາງເວັນ.