1 ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍເອີຍ ເຫດໃດພຣະອົງຈຶ່ງໄດ້ປະຖິ້ມຂ້ານ້ອຍ? ຂ້ານ້ອຍຮ້ອງຂໍໃຫ້ຊ່ວຍເຫລືອຢ່າງສຸດກຳລັງ ເປັນຫຍັງຄວາມຊ່ວຍເຫຼືອຈຶ່ງຢູ່ຫ່າງໄກຂ້ານ້ອຍແທ້.
ແທນທີ່ຂ້ານ້ອຍຈະກິນເຂົ້າ ແຕ່ກັບໄວ້ທຸກ ແລະບໍ່ສາມາດຢຸດຢັ້ງຮ້ອງໄຫ້ຄໍ່າຄວນໄດ້ເລີຍ.
ຂ້າແດ່ພຣະເຈົ້າຢາເວ ເຫດໃດພຣະອົງຈຶ່ງຢູ່ຫ່າງໄກ? ແລະຫລົບຊ່ອນພຣະອົງເມື່ອພວກຂ້ານ້ອຍຍາກລຳບາກ?
ຂ້າແດ່ພຣະເຈົ້າ ຂໍຊົງໂຜດຄຸ້ມຄອງຂ້ານ້ອຍໃຫ້ປອດໄພດ້ວຍ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ຂໍພຣະອົງຢ່າຢູ່ຫ່າງໄກຂ້ານ້ອຍ ຍ້ອນວ່າຄວາມເດືອດຮ້ອນຢູ່ໃກ້ແລ້ວ ແລະບໍ່ມີຜູ້ໃດທີ່ຈະຊ່ວຍຊີວິດຂອງຂ້ານ້ອຍໄວ້ໄດ້.
ກຸ່ມຄົນຊົ່ວຮ້າຍກໍອ້ອມຮອບຂ້ານ້ອຍໄວ້ຄືກັບຝູງໝາອ້ອມຮອບຂ້ານ້ອຍ; ໝາຍຈະກັດກິນທັງແທງ ມືແທງຕີນຂອງຂ້ານ້ອຍ.
ຂໍຢ່າໄດ້ທຳລາຍຂ້ານ້ອຍພ້ອມກັບຄົນບາບທັງຫລາຍ ຂໍຢ່າເອົາຊີວິດໄປດັ່ງຄາດຕະກອນຄົນໜຶ່ງ
ສຳລັບພຣະເຈົ້າຢາເວພຣະອົງຮັກຄວາມເປັນທຳ ແລະບໍ່ປ່ອຍປະລະເລີຍຄົນທີ່ສັດຊື່ຕໍ່ພຣະອົງນັ້ນ. ພຣະອົງຄຸ້ມຄອງເຂົາເຈົ້າຕະຫລອດໄປ ແຕ່ເຊື້ອສາຍຂອງຄົນຊົ່ວຈະຖືກໄລ່ໃຫ້ໜີໄປສິ້ນ.
ຂ້ານ້ອຍໝົດແຮງທັງຖືກຂະຍີ້ຈົນໝົດສະຕິໄປ ຈິດໃຈຂອງຂ້ານ້ອຍລະທົມທຸກແລະເຈັບປວດ.
ພວກເຂົາເວົ້າກັນວ່າ, “ພຣະເຈົ້າປະຖິ້ມລາວແລ້ວ ໃຫ້ພວກເຮົາຕາມໄປຈັບເອົາລາວເທາະ ເພາະບໍ່ມີຜູ້ໃດທີ່ຈະມາຊ່ວຍເຫລືອເອົາລາວ ຫລືຊ່ວຍກູ້ເອົາລາວໄວ້ອີກແລ້ວ.”
ເຮົາພວມນຳມື້ໄຊຊະນະເຂົ້າມາໃກ້ທຸກທີ ເປັນໄຊຊະນະທີ່ບໍ່ຢູ່ໄກແຕ່ຢ່າງໃດຈັກດີ້. ຄວາມມີໄຊຂອງເຮົາຈະບໍ່ຖືກເຮັດໃຫ້ຊັກຊ້າໄປ ເຢຣູຊາເລັມແລະອິດສະຣາເອນ ຈະມີຜູ້ຊ່ວຍທັງໄດ້ຮັບກຽດ.”
ພວກເຮົາຢ້ານແລະເປັນທຸກໃຈຫລາຍ. ພວກເຮົາຫວັງທີ່ຈະເຫັນພຣະເຈົ້າຊ່ວຍພວກເຮົາໃຫ້ພົ້ນຈາກການກົດຂີ່ແລະການຜິດພາດ ແຕ່ກໍບໍ່ເຫັນມີຫຍັງເກີດຂຶ້ນ.
ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ.
ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າໄດ້ຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອລີ ເອລີ ແລມາ ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?”
ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ ເອໂລອີ ແລມາ ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?”
ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງໃຈພາວັນນາອະທິຖານຫລາຍ ເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.
ແລ້ວພຣະອົງກໍໄດ້ກ່າວແກ່ພວກເພິ່ນວ່າ, “ນີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວ ເມື່ອເຮົາຍັງຢູ່ກັບພວກເຈົ້າ ຄືທຸກສິ່ງທີ່ໄດ້ມີຂຽນໄວ້ເຖິງເຮົາໃນໜັງສືກົດບັນຍັດຂອງໂມເຊ, ໃນໜັງສືຂອງພວກຜູ້ທຳນວາຍ ແລະໃນໜັງສືເພງສັນລະເສີນ ຈຳເປັນຕ້ອງສຳເລັດເປັນຈິງຕາມນັ້ນ.”
ຈົ່ງໃຫ້ການດຳເນີນຊີວິດຂອງພວກເຈົ້າ ເວັ້ນຈາກການຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.”
ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ.
ພຣະເຈົ້າຢາເວຈະບໍ່ປະຖິ້ມພວກຂອງພຣະອົງ ໂດຍເຫັນແກ່ນາມຊື່ອັນຍິ່ງໃຫຍ່ຂອງພຣະອົງ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈຮັບເອົາພວກເຈົ້າ ເປັນປະຊາຊົນຂອງພຣະອົງແລ້ວ.