Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 21:5 - ພຣະຄຳພີສັກສິ

5 ເພາະ​ພຣະອົງ​ຊ່ວຍເຫຼືອ​ເພິ່ນ​ຈຶ່ງ​ມີ​ກຽດ​ສັກສີ ພຣະອົງ​ໃຫ້​ເພິ່ນ​ມີ​ຊື່ສຽງ​ແລະ​ຣິດອຳນາດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 21:5
24 Jak'a apnaqawi uñst'ayäwi  

ແຕ່​ເຖິງ​ປານນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ບັດນີ້​ພຣະອົງ​ຍັງ​ກະທຳ​ຫລາຍ​ເພີ່ມຕື່ມ​ອີກ ໂດຍ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍຂ້າງໜ້າ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໃຫ້​ຜູ້ໜຶ່ງ​ໄດ້​ຮູ້​ເຫັນ​ເລື່ອງ​ນີ້.


ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ​ໄດ້​ປະຕິບັດ​ມາ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ.”


ຂ້ານ້ອຍ​ຂໍ​ໃຫ້​ພຣະອົງ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະ​ເມດຕາ​ກະລຸນາ. ພຣະເຈົ້າຢາເວ ພຣະອົງ​ໄດ້​ອວຍພອນ​ພວກເຂົາ ແລະ​ຂໍ​ໃຫ້​ພຣະພອນ​ນັ້ນ​ດຳລົງ​ຢູ່​ກັບ​ພວກເຂົາ​ຕະຫລອດໄປ​ເທີ້ນ.”


ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ເປັນ​ດັ່ງ​ນໍ້າໝອກ​ຄ້າງ​ທີ່​ເທິງ​ພູເຂົາ​ເຮີໂມນ ຕົກລົງ​ອາບ​ຊີໂອນ​ເມືອງ​ທີ່​ຕັ້ງ​ຢູ່​ເນີນພູ​ນັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ສັນຍາ​ເຖິງ​ພຣະພອນ​ຂອງ​ພຣະອົງ ທີ່​ໃຫ້​ມີ​ຊີວິດ​ດຳລົງຢູ່​ຢ່າງ​ບໍ່​ສຸດສິ້ນ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເພິ່ນ​ໄດ້​ປົກຄອງ​ສືບໄປ ຢູ່​ຊ້ອງໜ້າ​ພຣະອົງ ໂຜດ​ຄຸ້ມຄອງ​ເພິ່ນ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ດ້ວຍ.


ຄວາມພົ້ນ ແລະ​ກຽດ​ສັກສີ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະເຈົ້າ ພຣະເຈົ້າ​ເປັນ​ສີລາ​ແຫ່ງ​ຄວາມ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.


ແຕ່​ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ຕໍ່າກວ່າ​ພຣະເຈົ້າ​ໜ້ອຍດຽວ ມີ​ຖານະ​ຮອງ​ຈາກ​ພຣະອົງ ພຣະອົງ​ໄດ້​ສວມ​ມົງກຸດ​ອັນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ​ໃຫ້​ພວກເຂົາ​ດ້ວຍ.


ກຽດສັກສີ​ແລະ​ຣິດອຳນາດ​ກໍ​ອ້ອມຮອບ​ພຣະອົງ ອຳນາດ​ທັງ​ສະຫງ່າຣາສີ​ກໍ​ເຕັມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ.


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.


ຂ້ານ້ອຍ​ມອບ​ກຽດຕິຍົດ​ຢ່າງ​ດຽວກັນ​ກັບ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ແກ່​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.


ບັດນີ້ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ມີ​ສະຫງ່າຣາສີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ ຄື​ສະຫງ່າຣາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ກັບ​ພຣະອົງ​ກ່ອນ​ສ້າງ​ໂລກ​ນັ້ນ.


ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ພຣະ​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ຜູ້​ຊົງ​ຣິດ​ເດຊາ​ນຸພາບ​ໃນ​ສະຫວັນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka