Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 21:3 - ພຣະຄຳພີສັກສິ

3 ພຣະອົງ​ໄດ້​ມາ​ຫາ​ທ່ານ​ດ້ວຍ​ພອນ​ອັນ​ມະຫາສານ ແລະ​ສວມ​ມົງກຸດ​ຄຳ​ໃສ່​ຫົວ​ໃຫ້​ທ່ານ​ດ້ວຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 21:3
16 Jak'a apnaqawi uñst'ayäwi  

ເພິ່ນ​ຢຶດ​ມົງກຸດ​ຂອງ​ພະ​ມິນກົມ ຮູບເຄົາຣົບ​ຂອງ​ຊາວ​ອຳໂມນ ຊຶ່ງ​ເປັນ​ຄຳ​ໜັກ​ປະມານ​ສາມສິບຫ້າ​ກິໂລກຼາມ ແລະ​ມີ​ເພັດ​ປະດັບ​ຢູ່​ໃນ​ນັ້ນ. ກະສັດ​ດາວິດ​ໄດ້​ແກະ​ເອົາ​ເພັດ​ນັ້ນ​ມາ​ປະດັບ​ໃສ່​ມົງກຸດ​ຂອງ​ເພິ່ນ. ກະສັດ​ດາວິດ​ຍັງ​ຢຶດ​ຊັບສົມບັດ​ຈາກ​ເມືອງ​ນີ້​ໄດ້​ຢ່າງ​ຫລວງຫລາຍ.


ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.


ຮູບເຄົາຣົບ​ໂມເລັກ​ຂອງ​ຊາວ​ມິນກົມ ສວມ​ມົງກຸດ​ຄຳ​ໜັກ​ປະມານ​ສາມສິບສີ່​ກິໂລກຼາມ. ຢູ່​ໃນ​ມົງກຸດ​ນັ້ນ​ມີ​ເພັດ​ເມັດ​ໜຶ່ງ ຊຶ່ງ​ກະສັດ​ດາວິດ​ໄດ້​ແກະ​ເອົາ​ອອກ​ມາ​ໃສ່​ມົງກຸດ​ຂອງຕົນ. ເພິ່ນ​ໄດ້​ຢຶດເອົາ​ສິ່ງຂອງ​ຊຶ່ງ​ປຸ້ນ​ມາ​ໄດ້​ຈາກ​ເມືອງ​ນັ້ນ​ເປັນ​ຈຳນວນ​ຫລວງຫລາຍ.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ລຸກ​ຂຶ້ນ ແລະ​ໂດຍ​ຫີບ​ພັນທະສັນຍາ​ທີ່​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ໂຜດ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ສະຖິດ​ຢູ່​ໃນ​ທີ່ນັ້ນ​ຕະຫລອດໄປ​ເຖີດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ບັນດາ​ປະໂຣຫິດ​ຂອງ​ພຣະອົງ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ເຮັດ ແລະ​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ ຍ້ອນ​ຄຸນຄວາມດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຂົາ​ນັ້ນ.


ຜູ້ໃດ​ແດ່​ໂຈມຕີ​ມັນ​ໄດ້ ແລະ​ຍັງ​ຢູ່​ຢ່າງ​ປອດໄພ? ບໍ່ມີ​ຜູ້ໃດ​ໃນ​ທົ່ວໂລກ​ນີ້ ທີ່​ສາມາດ​ເຮັດ​ໄດ້.


ເມື່ອ​ມີ​ຄວາມ​ເດືອດຮ້ອນ ສັດຕູ​ກໍ​ມາ​ໂຈມຕີ ດີ​ແຕ່​ຂ້ານ້ອຍ​ມີ​ພຣະເຈົ້າຢາເວ​ເປັນ​ຜູ້​ຄຸ້ມຄອງ​ໄວ້.


ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເຖິງ​ຄວາມ​ມີໄຊ​ຂອງ​ທ່ານ​ຍ້ອນ​ພຣະເຈົ້າຢາເວ ແລະ​ສະຫລອງ​ໄຊຊະນະ​ໂດຍ​ຖວາຍ​ຄຳສັນລະເສີນ ຂໍ​ຊົງ​ຕອບ​ທ່ານ ຕາມ​ຄຳພາວັນນາ​ອະທິຖານ​ທຸກຢ່າງ​ເຖີດ.


ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າ​ຮັກ​ຂ້ານ້ອຍ ຈຶ່ງ​ຈະ​ສະເດັດ​ມາ​ຫາ​ໂດຍ​ໄວ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຫັນ​ສັດຕູ​ພ່າຍແພ້.


“ຫລື​ຜູ້ໃດ​ໜໍ ທີ່​ໄດ້​ຖວາຍ​ສິ່ງໃດ​ສິ່ງໜຶ່ງ ແກ່​ພຣະອົງ​ກ່ອນ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ໃຫ້​ບາງ​ສິ່ງ ຕອບ​ແທນ​ແກ່​ຕົນ.”


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.


ດວງຕາ​ຂອງ​ພຣະອົງ​ເປັນ​ເໝືອນ​ດັ່ງ​ແປວໄຟ ແລະ​ມີ​ມົງກຸດ​ຫລາຍ​ອັນ​ເທິງ​ຫົວ​ຂອງ​ພຣະອົງ ທີ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ຊື່​ໜຶ່ງ​ຂຽນ​ໄວ້ ແຕ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ນອກຈາກ​ພຣະອົງ​ເອງ.


ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka