Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 20:3 - ພຣະຄຳພີສັກສິ

3 ຂໍ​ພຣະອົງ​ຮັບ​ເຄື່ອງ ທີ່​ທ່ານ​ນຳ​ມາ​ຖວາຍ​ທັງໝົດ ແລະ​ພໍໃຈ​ກັບ​ເຄື່ອງ​ບູຊາ ທີ່​ທ່ານ​ໄດ້​ນຳ​ມາ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 20:3
11 Jak'a apnaqawi uñst'ayäwi  

ສ່ວນ​ອາເບັນ​ນັ້ນ ລາວ​ເອົາ​ລູກແກະເຖິກ​ຫົວປີ​ໂຕໜຶ່ງ​ໃນ​ຝູງ​ມາ​ຂ້າ ແລະ​ເອົາ​ສ່ວນ​ທີ່ດີ​ທີ່ສຸດ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ພຣະອົງ​ພໍໃຈ​ໃນ​ການຖວາຍ​ຂອງ​ອາເບັນ,


ໃນ​ທີ່ນັ້ນ​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເພິ່ນ ໂດຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ເຄື່ອງ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ນັ້ນ.


ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຈົບ​ແລ້ວ ກໍ​ມີ​ໄຟ​ລົງ​ມາ​ຈາກ​ສະຫວັນ​ລຸກ​ໄໝ້​ເຄື່ອງ​ບູຊາ​ຕ່າງໆ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຫຸ້ມ​ເຕັມ​ຢູ່​ທີ່​ພຣະວິຫານ.


ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ຈາກ​ພູເຂົາ​ຊີໂອນ ຂໍ​ໃຫ້​ເຈົ້າ​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ ຂອງ​ນະຄອນ​ເຢຣູຊາເລັມ​ຕະຫລອດ​ຊີວິດ​ຂອງເຈົ້າ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ໂຜດ​ອວຍພອນ​ທ່ານ​ຈາກ​ພູເຂົາ​ຊີໂອນ​ເທີ້ນ.


ແລ້ວ​ພຣະອົງ​ກໍ​ຈະ​ເພິ່ງພໍໃຈ​ໃນ​ເຄື່ອງບູຊາ​ທີ່​ເໝາະສົມ ແລະ​ເຄື່ອງ​ເຜົາບູຊາ​ທີ່​ພວກ​ຂ້ານ້ອຍ​ນຳ​ມາ​ນັ້ນ ງົວເຖິກ​ຫລາຍໂຕ​ຈະ​ຖືກ​ຂ້າ​ແລະ​ຖວາຍ ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະອົງ.


ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka