2 ຈາກພຣະວິຫານນັ້ນ ຂໍພຣະອົງສົ່ງຄວາມຊ່ວຍຊູ ຈາກພູເຂົາຊີໂອນ ຂໍພຣະອົງຊ່ວຍເຫລືອທ່ານເຖີດ.
ແຕ່ກະສັດດາວິດຢຶດເອົາປ້ອມປ້ອງກັນແຫ່ງຊີໂອນໄດ້ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນີ້ວ່າ, “ເມືອງຂອງດາວິດ.”
ຫີບຂອງພຣະເຈົ້າຢາເວໄດ້ຖືກຫາມມາວາງໄວ້ຢູ່ໃນຫໍເຕັນ ບ່ອນທີ່ກະສັດດາວິດໄດ້ຈັດຕຽມໄວ້. ແລ້ວກະສັດດາວິດກໍຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຊ້ອງພຣະພັກພຣະເຈົ້າຢາເວ.
ຫ້ອງທາງໃນເອີ້ນວ່າ ຫ້ອງສັກສິດທີ່ສຸດໄດ້ສ້າງຢູ່ທາງຫລັງພຣະວິຫານຊຶ່ງຍາວໄດ້ເກົ້າແມັດ ແລະຂັ້ນດ້ວຍແປ້ນໄມ້ແປກຕັ້ງແຕ່ພື້ນຈົນຈຸເພດານ.
ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ຈາກເນີນພູສັກສິດ ພຣະອົງຕອບຂ້ານ້ອຍແລ້ວ.
ຄົນຈອງຫອງຕ່າງກໍພາກັນຫັນມາ ເພື່ອໂຈມຕີຂ້ານ້ອຍໃຫ້ໄດ້ ແລະຄົນໂຫດຮ້າຍກໍຊອກສັງຫານເຊັ່ນກັນ ເປັນຄົນທີ່ບໍ່ສົນໃຈໃນເລື່ອງພຣະເຈົ້າ.
ຈົນກວ່າຂ້ານ້ອຍໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລ້ວຂ້ານ້ອຍກໍເຂົ້າໃຈສິ່ງທີ່ຈະເກີດກັບຄົນຊົ່ວຮ້າຍ.
ພຣະນາມຂອງພຣະເຈົ້າຢາເວເປັນດັ່ງປ້ອມທີ່ເຂັ້ມແຂງ ຄືບ່ອນທີ່ຄົນຊອບທຳໄປຢູ່ຢ່າງປອດໄພໄດ້.
ຈົ່ງໃຫ້ທຸກຄົນທີ່ອາໄສຢູ່ເທິງພູເຂົາຊີໂອນ ຮ້ອງໂຮຍິນດີ ແລະຮ້ອງລຳທຳເພງເຖີດ ອົງຊົງຍິ່ງໃຫຍ່ແລະຊົງບໍຣິສຸດຂອງຊາດອິດສະຣາເອນ ຢູ່ທ່າມກາງພວກເຈົ້າແລ້ວ.”
ພວກເຮົາຈະຕ້ອງຕອບພວກຜູ້ນຳຂ່າວ ທີ່ມາຈາກຟີລິດສະຕິນນັ້ນຢ່າງໃດ? ພວກເຮົາຈະບອກພວກເຂົາວ່າ, “ພຣະເຈົ້າຢາເວໄດ້ຕັ້ງພູເຂົາຊີໂອນຂຶ້ນແລ້ວ ແລະປະຊາຊົນຂອງພຣະອົງຜູ້ທີ່ທົນທຸກຈະໄດ້ພົບຄວາມປອດໄພໃນທີ່ນັ້ນ.”