5 ແລ້ວພຣະອົງໄດ້ເຕືອນພວກເຂົາດ້ວຍຄວາມໂກດຮ້າຍ ແລະເຮັດໃຫ້ພວກເຂົາຕົກໃຈຢ້ານກົວຍ້ອນພຣະອົງໂມໂຫ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລົງໂທດສັດຕູຢ່າງນີ້ເຖີດ ຄືພວກທີ່ເວົ້າຊົ່ວຊ້າຕໍ່ສູ້ຂ້ານ້ອຍນັ້ນ.
ພຣະອົງຈະທຳລາຍພວກເຂົາຖິ້ມໝົດໃນແປວໄຟ ຄືໄຟເຜົາຜານເມື່ອພຣະອົງມາປາກົດນັ້ນ. ໃນຄວາມໂກດຮ້າຍ ພຣະເຈົ້າຢາເວຈະກືນພວກເຂົາ ແລະໄຟກໍຈະເຜົາຜານພວກເຂົາໃຫ້ດັບສິ້ນ.
ເພິ່ນຈະຕັດສິນຄົນທຸກລຳບາກຢ່າງຍຸດຕິທຳ ແລະປ້ອງກັນສິດທິຂອງຜູ້ທີ່ຕໍ່າຕ້ອຍ. ເມື່ອເພິ່ນສັ່ງແລ້ວຄົນຈະຕ້ອງໄດ້ຮັບໂທດກຳ ແລະຄົນກະທຳການຊົ່ວຮ້າຍຕ່າງກໍຈະຕາຍໄປສິ້ນ.
ພຣະເຈົ້າຢາເວໂກດຮ້າຍຊົນຊາດທັງໝົດ ແລະກອງທັບທັງຫລາຍຂອງພວກເຂົາ. ພຣະອົງລົງໂທດພວກເຂົາໃຫ້ໄປສູ່ຄວາມຈິບຫາຍ.
ຈົ່ງຟັງແມ ສຽງອຶກກະທຶກຢູ່ໃນເມືອງພຸ້ນ ສຽງຢູ່ໃນພຣະວິຫານພຸ້ນ ແມ່ນສຽງພຣະເຈົ້າຢາເວກຳລັງລົງໂທດເຫຼົ່າສັດຕູຂອງພຣະອົງ.
ແລະເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫຼົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາທົນທຸກຍິ່ງຂຶ້ນ.’
ກະສັດໂກດຮ້າຍຫລາຍ, ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກອງທະຫານຂອງຕົນອອກໄປຂ້າຄາດຕະກອນພວກນັ້ນ ແລະຈູດເມືອງຂອງພວກເຂົາ.
ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’
ມືເບື້ອງຂວາຂອງພຣະອົງ ຊົງຖືດາວເຈັດດວງ ແລະມີດາບສອງຄົມອອກມາຈາກປາກຂອງພຣະອົງ. ໃບໜ້າຂອງພຣະອົງເຫຼື້ອມເໝືອນດັ່ງດວງຕາເວັນທີ່ສ່ອງແສງກ້າ.
ມີດາບຄົມດວງໜຶ່ງອອກມາຈາກປາກຂອງພຣະອົງ ເພື່ອພຣະອົງຈະເອົາຊະນະຊົນຊາດທັງຫລາຍດ້ວຍດາບນັ້ນ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກທີ່ມີອຳນາດ ແລະພຣະອົງຈະຢຽບເອົານໍ້າອະງຸ່ນ ໃນອ່າງແຫ່ງຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ.”