4 ແຕ່ຜູ້ປະທັບເທິງຟ້າສະຫວັນໄດ້ຫົວຂວັນ ແລະພຣະເຈົ້າຢາເວຫຍໍ້ຫຍັນພວກເຂົາ.
ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວກ່ຽວກັບລາວເປັນດັ່ງນີ້: ‘ເຊັນນາເກຣິບເອີຍ ນະຄອນເຢຣູຊາເລັມຫົວຂວັນໃສ່ເຈົ້າ.
ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ.
ພຣະເຈົ້າຂອງພວກຂ້ານ້ອຍຢູ່ເທິງຟ້າສະຫວັນ ພຣະອົງປາຖະໜາສິ່ງໃດກໍກະທຳສິ່ງນັ້ນ.
ຂ້ານ້ອຍແຫງນໜ້າແນມຫາພຣະອົງ ຂ້ານ້ອຍແຫງນສູ່ຟ້າສະຫວັນ ບ່ອນທີ່ພຣະອົງປົກຄອງຢູ່ນັ້ນ.
ແຕ່ພຣະເຈົ້າຢາເວຫົວຂວັນໃສ່ຄົນຊົ່ວຮ້າຍທັງຫລາຍ ເພາະພຣະອົງຮູ້ວ່າໃນບໍ່ດົນພວກເຂົາຈະຖືກທຳລາຍ.
ແຕ່ແລ້ວຄົນຊົ່ວຮ້າຍກໍຈະຢ້ານກົວຫລາຍ ເໝືອນກັບວ່າພວກເຂົາບໍ່ເຄີຍເປັນມາກ່ອນ ດ້ວຍວ່າ, ພຣະເຈົ້າຈະເຮັດໃຫ້ກະດູກຂອງເຫຼົ່າສັດຕູ ຂອງປະຊາຊົນຂອງພຣະອົງຊະຊາຍໄປສິ້ນ. ພຣະເຈົ້າຈະຊົງໃຫ້ພວກເຂົາອັບອາຍ, ເພາະວ່າພຣະເຈົ້າຊົງປະຖິ້ມພວກເຂົາແລ້ວ.
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງຫົວຂວັນໃສ່ພວກເຂົາ ເຍາະເຍີ້ຍໃສ່ທຸກຄົນທີ່ບໍ່ນັບຖືພຣະອົງ.
ຂ້ານ້ອຍເຊື່ອໝັ້ນໃນຣິດອຳນາດຂອງພຣະອົງ ໂອ ຂ້າແດ່ພຣະເຈົ້າເອີຍ ພຣະອົງຊົງເປັນປ້ອມປ້ອງກັນ.
ຜູ້ໃຊ້ຟ້າສະຫວັນເປັນພາຫະນະ ຄືຜູ້ໃຊ້ຟ້າສະຫວັນແຕ່ດຶກດຳບັນ. ຈົ່ງຟັງຜູ້ທີ່ເປັ່ງສຽງຮ້ອງດ້ວຍຣິດອຳນາດ.
ສະນັ້ນ ເມື່ອເຈົ້າຕົກຢູ່ໃນຄວາມເດືອດຮ້ອນ ເຮົາຈະຫົວຂວັນໃສ່ເຈົ້າ. ເມື່ອເຈົ້າຢ້ານກົວຂວັນເສຍ ເຮົາຈະເຍາະເຍີ້ຍເຈົ້າ
ພຣະອົງທີ່ນັ່ງເທິງບັນລັງຂອງພຣະອົງ ຢູ່ເໜືອແຜ່ນດິນໂລກເຮົາ ແລະຢູ່ເທິງທ້ອງຟ້າ; ພຣະອົງໄດ້ສ້າງໂລກນີ້ດ້ວຍສີມືຂອງພຣະອົງເອງ ພຣະອົງຫລຽວເຫັນມະນຸດຄືໂຕຕັກແຕນຢູ່ເທິງໂລກ. ພຣະອົງກາງຟ້າສະຫວັນດັ່ງກາງຜ້າກັ້ງອອກມາ ດັ່ງຄົນກາງຜ້າເຕັນເພື່ອຈະອາໄສຢູ່.
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?