3 ພວກເຂົາກ່າວວ່າ, “ຂໍໃຫ້ພວກເຮົາໄດ້ພົບອິດສະຫລະ ຈາກການປົກຄອງຂອງພວກເພິ່ນນັ້ນ. ຈົ່ງໃຫ້ພວກເຮົາປົດການຄວບຄຸມ ຂອງພວກເພິ່ນນັ້ນອອກໜີໄປ.”
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຊາດອິດສະຣາເອນເອີຍ ເຫິງນານແລ້ວ ທີ່ເຈົ້າບໍ່ຍອມຢູ່ໃຕ້ສິດອຳນາດຂອງເຮົາ ບໍ່ເຊື່ອຟັງເຮົາແລະນະມັດສະການເຮົາດ້ວຍ. ທີ່ເນີນທີ່ສູງແຕ່ລະໜ່ວຍ ທີ່ກ້ອງຕົ້ນໄມ້ແຕ່ລະກົກ ເຈົ້າຂາບໄຫວ້ພະແຫ່ງຄວາມອຸດົມສົມບູນທັງນັ້ນ.
ຂ້ານ້ອຍຈະໄປຫາຄົນທີ່ມີອຳນາດ ແລະຈະໄປເວົ້າຈາປາໄສກັບພວກເຂົາເບິ່ງ ແນ່ນອນພວກເຂົາຕ້ອງຮູ້ຈັກທາງຂອງພຣະເຈົ້າຢາເວ ແລະຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ.” ແຕ່ພວກເຂົາບໍ່ຮັບເອົາຣິດເດດອຳນາດຂອງພຣະອົງຈັກຄົນ ແລະປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ.
ແຕ່ປະຊາຊົນໃນບ້ານເມືອງຂອງເພິ່ນຊັງເພິ່ນ ຈຶ່ງໃຊ້ຄະນະຜູ້ຕາງໜ້າໄປຫາເພິ່ນ ເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການຊາຍຄົນນີ້ ໃຫ້ເປັນຜູ້ປົກຄອງຂອງພວກເຮົາ.’
ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’