Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 2:2 - ພຣະຄຳພີສັກສິ

2 ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 2:2
27 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.


ບັດນີ້ ບັນດາ​ກະສັດ​ເອີຍ ຈົ່ງ​ຟັງ​ຄຳ​ຕັກເຕືອນ​ນີ້; ພວກ​ຜູ້ປົກຄອງ​ໂລກ​ເອີຍ ຈົ່ງ​ຮຽນ​ເອົາ​ບົດຮຽນ​ນີ້:


ທ່ານ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ. ສະນັ້ນ​ພຣະເຈົ້າ ພຣະເຈົ້າ​ຂອງທ່ານ​ຈຶ່ງ​ຫົດສົງ​ທ່ານ​ໄວ້ ໂດຍ​ເທ​ພຣະພອນ​ໃຫ້​ທ່ານ​ໄດ້​ຮັບ​ຄວາມສຸກ ຫລາຍກວ່າ​ຄົນອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ໂລກ​ມະນຸດ.


ບັນດາ​ກະສັດ​ຕ່າງ​ກໍໄດ້​ມາ​ເຕົ້າໂຮມ​ກັນ ຮ່ວມໃຈ​ກັນ​ໂຈມຕີ​ພູເຂົາ​ຊີໂອນ​ແຫ່ງນີ້.


ແຕ່​ເມື່ອ​ເຫັນ​ພູ​ນີ້​ແລ້ວ​ຕ່າງ​ກໍ​ງຶດງໍ້​ປະຫລາດ​ໃຈ ຈຶ່ງ​ຢ້ານກົວ​ແລະ​ແລ່ນ​ປົບໜີໄປ​ໝົດສິ້ນ.


ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ


ຂໍ​ຢ່າ​ຊົງ​ລືມ​ສຽງ​ໂຮຮ້ອງ​ຢ່າງ​ຮ້າຍກາດ​ຂອງ​ພວກ​ສັດຕູ​ຂອງ​ພຣະອົງ ພວກເຂົາ​ຮ້ອງ​ຢ່າງ​ລຽນຕິດ​ຕໍ່ສູ້​ພຣະອົງ​ຢູ່.


ມີ​ຊາວ​ເອໂດມ​ແລະ​ຊາວ​ອິດຊະມາເອນ ຊາວ​ໂມອາບ​ກໍ​ມີ​ໜ້າ​ແລະ​ຊາວ​ຮັກກິດ​ກໍ​ຮ່ວມ​ຢູ່​ດ້ວຍ.


ເຮົາ​ໄດ້​ເຮັດ​ໃຫ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເປັນ​ກະສັດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ແຕ່ງຕັ້ງ.


ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.


ໃນ​ເວລາ​ນັ້ນ​ພວກ​ມະຫາ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ


ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ສະມາຊິກ​ສະພາ ຫາ​ພະຍານ​ຫຼັກຖານ​ບໍ່​ຈິງ​ຂຶ້ນ​ມາ​ຕໍ່ສູ້​ພຣະອົງ ເພື່ອ​ໃຫ້​ພຣະອົງ​ຖືກ​ໂທດ​ປະຫານ,


ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ.


ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”


ອັນເດອາ​ໄດ້​ໄປ​ຫາ​ຊີໂມນ​ອ້າຍ​ຂອງຕົນ​ກ່ອນ ຈຶ່ງ​ບອກ​ລາວ​ວ່າ, “ເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ.” (ແປ​ວ່າ, “ພຣະຄຣິດ”)


ຜູ້​ທີ່​ກຽດຊັງ​ເຮົາ ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.


ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka