10 ບັດນີ້ ບັນດາກະສັດເອີຍ ຈົ່ງຟັງຄຳຕັກເຕືອນນີ້; ພວກຜູ້ປົກຄອງໂລກເອີຍ ຈົ່ງຮຽນເອົາບົດຮຽນນີ້:
ຊາວເມືອງຕີເຣຈະຫາຂອງຂວັນແລະນຳມາ ຄົນຮັ່ງມີກໍຊອກຫາທາງທີ່ຈະເອົາໃຈເຈົ້າ.
ບັນດາກະສັດຈະເປັນດັ່ງບິດາຂອງເຈົ້າ ບັນດາຣາຊີນີກໍຈະເປັນດັ່ງມານດາຂອງເຈົ້າ. ພວກເຂົາຈະກົ້ມໃຫ້ກຽດເຈົ້າຕໍ່ໜ້າເຈົ້າ ຈະໃຫ້ຄວາມນັບຖືແກ່ເຈົ້າຢ່າງອ່ອນນ້ອມ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ທີ່ລໍຄອຍໃຫ້ເຮົາຊ່ວຍເຫຼືອຈະບໍ່ຜິດຫວັງຈັກເທື່ອ.”
ແຕ່ບັດນີ້ຫລາຍຊົນຊາດຈະງຶດງໍ້ອັດສະຈັນໃຈ ພວກກະສັດກໍຈະອັດສະຈັນໃຈຈົນປາກບໍ່ອອກ. ພວກເຂົາຈະຮູ້ເຫັນແລະທັງຈະເຂົ້າໃຈ ບາງສິ່ງທີ່ພວກເຂົາບໍ່ເຄີຍຮູ້ເຫັນຈັກເທື່ອ.”
ແສງແຈ້ງຂອງເຈົ້າຈະນຳບັນດາຊົນຊາດເຂົ້າມາ ກະສັດຈະເຂົ້າສູ່ແສງແຈ້ງໃນວັນໃໝ່ຂອງເຈົ້າ.
ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໃຫ້ຄວາມເດືອດຮ້ອນເຫຼົ່ານີ້ ເປັນການເຕືອນພວກເຈົ້າເຖີດ ຫລືບໍ່ດັ່ງນັ້ນ ເຮົາຈະປະຖິ້ມພວກເຈົ້າຕື່ມອີກ; ເຮົາຈະປ່ຽນນະຄອນນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຊຶ່ງເປັນບ່ອນໜຶ່ງທີ່ບໍ່ມີຜູ້ໃດຢູ່ອາໄສ.”
ຂໍໃຫ້ພວກທີ່ມີປັນຍາ ຈົ່ງເຂົ້າໃຈເອົາສິ່ງທີ່ມີຂຽນໄວ້ນີ້; ຂໍໃຫ້ພວກເຂົາຈຳໃສ່ໃຈໄວ້. ທາງຂອງພຣະເຈົ້າຢາເວຖືກຕ້ອງ ແລະບັນດາຜູ້ຊອບທຳຍ່ອມດຳເນີນຕາມທາງນີ້, ແຕ່ບັນດາຄົນບາບຈະຕຳສະດຸດ ແລະລົ້ມລົງເພາະລະເລີຍທາງນີ້.
ຖ້າຊົນຊາດໃດບໍ່ຍອມໄປນະມັດສະການພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດແລ້ວ ຝົນກໍຈະບໍ່ຕົກລົງມາສູ່ດິນແດນຂອງພວກເຂົາ.