Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 19:5 - ພຣະຄຳພີສັກສິ

5 ຊຶ່ງ​ໄດ້​ສ່ອງແສງ​ອອກ​ມາ​ໃນ​ຕອນເຊົ້າ ເໝືອນ​ດັ່ງ​ເຈົ້າບ່າວ​ທີ່​ມີ​ຄວາມສຸກ ດັ່ງ​ນັກ​ກິລາ​ຜູ້​ຮ້ອນຮົນ​ໃນ​ການ​ແລ່ນແຂ່ງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 19:5
8 Jak'a apnaqawi uñst'ayäwi  

ເຈົ້າ​ເຄີຍ​ສັ່ງ​ວັນ​ຮຸ່ງ​ເຊົ້າ​ໃຫ້​ຄອງ​ແຜ່ນດິນ​ໂລກ​ບໍ? ແລະ​ສັ່ນ​ຄົນຊົ່ວ​ໃຫ້​ອອກ​ມາ​ຈາກ​ບ່ອນ​ທີ່​ພວກເຂົາ​ລີ້?


ຕາເວັນ​ຂຶ້ນ​ແລະ​ຕາເວັນ​ລົງ ແລ້ວ​ຕາເວັນ​ກໍ​ຟ້າວ​ເຄື່ອນ​ໄປ​ສູ່​ບ່ອນ​ທີ່​ຕາເວັນ​ຕ້ອງ​ຂຶ້ນ​ມາ​ອີກ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka