Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 19:4 - ພຣະຄຳພີສັກສິ

4 ແຕ່​ປານນັ້ນ​ຖ້ອຍຄຳ​ຂອງ​ເຂົາເຈົ້າ ກໍ​ແຜ່​ທົ່ວ​ໂລກາ ລືຊາ​ປາກົດ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ. ທີ່​ເທິງ​ຈັກກະວານ ພຣະອົງ​ໄດ້​ສ້າງ​ທີ່​ຢູ່​ໃຫ້​ດວງຕາເວັນ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 19:4
7 Jak'a apnaqawi uñst'ayäwi  

ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.


ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ໄວ້​ກັບ​ຄອບຄົວ​ອິດສະຣາເອນ ດ້ວຍ​ຄວາມສັດຊື່​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ. ສ່ວນ​ປະຊາຊົນ​ທົ່ວ​ທຸກບ່ອນ​ຕ່າງ​ກໍໄດ້​ຮູ້​ໄດ້​ເຫັນ ໄຊຊະນະ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ນຳ​ມາ​ນັ້ນ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ ຖ້ອຍຄຳ​ຂອງ​ພວກເຂົາ​ ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka