Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 17:3 - ພຣະຄຳພີສັກສິ

3 ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 17:3
32 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.


ຕອນເຊົ້າ ຄາດຕະກອນ​ລຸກ​ຂຶ້ນ​ໄປ​ຂ້າ​ຄົນຈົນ ແລະ​ຕອນ​ກາງຄືນ ພວກເຂົາ​ກໍ​ອອກ​ໄປ​ຫາຊອກ​ປຸ້ນຈີ້.


ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.


ຂ້ານ້ອຍ​ຈະ​ຢຶດໝັ້ນ​ຄຳສັນຍາ​ທີ່​ໄດ້​ມີ​ໄວ້ ແລະ​ເຊື່ອຟັງ​ຄຳແນະນຳ​ອັນ​ຖືກຕ້ອງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ, ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.


ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ແນະນຳ​ຂ້ານ້ອຍ ແລະ​ຕອນ​ກາງຄືນ​ຈິດສຳນຶກ​ກໍ​ຍັງ​ເຕືອນ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກວດເບິ່ງ​ແລະ​ທົດສອບ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ພິສູດ​ເຖິງ​ຄວາມ​ປາຖະໜາ ແລະ​ຄວາມຄິດ​ຈິດໃຈ​ຂອງ​ຂ້ານ້ອຍ


ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”


ຂ້າແດ່​ພຣະເຈົ້າ ພຣະອົງ​ທົດລອງ​ເບິ່ງ​ພວກ​ຂ້ານ້ອຍ ເໝືອນ​ດັ່ງ​ເງິນ​ຖືກ​ຊຳລະ​ດ້ວຍ​ໄຟ​ສັນໃດ ພຣະອົງ​ກໍ​ຊົງ​ຊຳລະ​ພວກ​ຂ້ານ້ອຍ​ສັນນັ້ນ.


ຖ້າ​ຂ້ານ້ອຍ​ໄດ້​ຄິດຄົດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ ຫລື​ໄດ້​ຫັກຫລັງ​ເພື່ອນ​ຄົນໃດ​ຄົນໜຶ່ງ ຫລື​ເຮັດ​ຮຸນແຮງ​ໂພດ​ຕໍ່​ສັດຕູ​ຢ່າງ​ບໍ່​ຍຸດຕິທຳ ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ໃນ​ສິ່ງ​ເຫຼົ່ານີ້


ຜູ້​ທີ່​ລະວັງ​ຄຳເວົ້າ​ກໍ​ຮັກສາ​ຊີວິດ​ໃຫ້​ປອດໄພ, ແຕ່​ຜູ້​ທີ່​ເວົ້າ​ບໍ່​ຄິດ​ກໍ​ທຳລາຍ​ຕົນເອງ​ຖິ້ມ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແມ່ນແລ້ວ ພວກເຂົາ​ຮ້ອນແຮງ ດ້ວຍ​ອຸບາຍ​ຂອງ​ພວກເຂົາ​ດັ່ງ​ເຕົາອົບ​ຮ້ອນ. ຄວາມຮ້າຍ​ໄດ້​ລຸກ​ໄໝ້​ຢູ່​ໃນ​ໃຈ​ຂອງ​ພວກເຂົາ​ຕະຫລອດ​ຄືນ ແລະ​ໃນ​ຕອນເຊົ້າ​ກໍ​ລຸກວາບ​ຂຶ້ນ​ເປັນ​ແປວໄຟ.


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ແຕ່​ຜູ້ໃດ​ແດ່​ຈະ​ສາມາດ​ທົນ​ຕໍ່​ວັນ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ​ໄດ້? ຜູ້ໃດ​ແດ່​ຈະ​ສາມາດ​ມີ​ຊີວິດ​ລອດ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ພຣະອົງ​ຈະ​ເປັນ​ດັ່ງ​ສະບູ​ທີ່​ມີ​ກຳລັງ​ແຮງ ແລະ​ເປັນ​ດັ່ງ​ໄຟ​ທີ່​ຫລອມ​ໂລຫະ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ເພາະ​ເຮົາ​ບໍ່​ຮູ້​ວ່າ ເຮົາ​ເຮັດ​ຜິດ​ອັນ​ໃດ ເຖິງ​ປານ​ນັ້ນ​ກໍ​ບໍ່​ພົ້ນ​ຈາກ​ການ​ພິພາກສາ​ຕັດສິນ ຜູ້​ທີ່​ຈະ​ພິພາກສາ​ຕົວ​ເຮົາ​ນັ້ນ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ພວກເຮົາ​ທຸກຄົນ​ເຮັດ​ຜິດພາດ​ຢູ່​ເລື້ອຍໆ ຖ້າ​ຜູ້ໃດ​ບໍ່ໄດ້​ເຮັດ​ຜິດ​ທາງ​ວາຈາ ຜູ້ນັ້ນ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ແລະ​ສາມາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ເໝືອນກັນ.


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


ທ່ານ​ຄົງ​ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເມື່ອ​ຫວ່າງກີ້​ນີ້ເອງ​ຢູ່​ໃນ​ຖໍ້າ​ນັ້ນ ພຣະເຈົ້າຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ. ຄົນ​ຂອງ​ຂ້ານ້ອຍ​ບາງຄົນ​ບອກ​ໃຫ້​ຂ້ານ້ອຍ​ສັງຫານ​ທ່ານ​ເສຍ, ແຕ່​ຂ້ານ້ອຍ​ຮູ້ສຶກ​ອີດູ​ຕົນ​ທ່ານ​ຈຶ່ງ​ບອກ​ພວກເຂົາ​ວ່າ ຂ້ານ້ອຍ​ບໍ່ຄວນ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ ເພາະ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.


ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ວ່າ ລະຫວ່າງ​ພວກເຮົາ​ແມ່ນ​ຜູ້ໃດ​ຜິດ​ແທ້ ຂໍ​ໃຫ້​ພຣະເຈົ້າຢາເວ ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ຕໍ່ສູ້​ຂ້ານ້ອຍ​ນັ້ນ​ດ້ວຍ​ເຖີດ ເພາະ​ຂ້ານ້ອຍ​ບໍ່​ຄິດ​ແມ່ນແຕ່​ໜ້ອຍດຽວ​ທີ່​ຈະ​ທຳຮ້າຍ​ທ່ານ.


ພຣະເຈົ້າຢາເວ​ຫ້າມ​ຂ້ອຍ​ໄວ້​ວ່າ, ຂ້ອຍ​ບໍ່ຄວນ​ທຳຮ້າຍ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ​ໄວ້ ພວກເຮົາ​ເອົາ​ແຕ່​ຫອກ​ກັບ​ໄຫ​ນໍ້າ​ຂອງ​ເພິ່ນ​ໜີໄປ​ກໍ​ພໍ.”


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka