2 ຂໍໃຫ້ພຣະອົງຕັດສິນເຂົ້າຂ້າງຂ້ານ້ອຍ ເພາະພຣະອົງຊົງເຫັນວ່າ ອັນໃດເປັນສິ່ງທີ່ຖືກຕ້ອງ.
ແຕ່ພຣະເຈົ້າຢາເວຈະບໍ່ຖິ້ມລາວໄປ ໃຫ້ຢູ່ໃຕ້ເງື້ອມມືຂອງຄົນຊົ່ວຮ້າຍ ຫລືປະປ່ອຍໃຫ້ລາວໄດ້ຮັບໂທດທັນ ເມື່ອຖືກນຳຂຶ້ນສານຕັດສິນລົງໂທດ.
ພຣະອົງຈະເຮັດໃຫ້ຄວາມຊອບທຳຂອງເຈົ້າຈະເລີນຮຸ່ງເຮືອງອອກໄປ ເໝືອນດັ່ງຕາເວັນໃນຍາມທ່ຽງ.
ແຕ່ເຈົ້າເວົ້າວ່າ, ‘ສິ່ງທີ່ພຣະເຈົ້າຢາເວເຮັດນັ້ນ ແມ່ນບໍ່ຖືກຕ້ອງ.’ ຊາວອິດສະຣາເອນເອີຍ ຈົ່ງຟັງເຮົາເທີ້ນ ພວກເຈົ້າຄິດວ່າວິທີການທີ່ເຮົາເຮັດບໍ່ຖືກຕ້ອງບໍ? ວິທີການຂອງພວກເຈົ້ານັ້ນແຫຼະບໍ່ຖືກຕ້ອງ.
ແຕ່ພວກເຈົ້າ ຊາວອິດສະຣາເອນພັດເວົ້າວ່າ, ‘ສິ່ງທີ່ອົງພຣະຜູ້ເປັນເຈົ້າເຮັດນັ້ນບໍ່ຖືກຕ້ອງ.’ ພວກເຈົ້າຄິດວ່າວິທີທາງຂອງເຮົາບໍ່ຖືກຕ້ອງບໍ? ວິທີທາງຂອງພວກເຈົ້ານັ້ນແຫຼະບໍ່ຖືກຕ້ອງ.
ແລ້ວປະຊາຊົນຂອງພວກເຈົ້າກໍເວົ້າວ່າ, ‘ທາງຂອງອົງພຣະຜູ້ເປັນເຈົ້ານັ້ນບໍ່ຖືກຕ້ອງ’ ແຕ່ແມ່ນຄວາມປະພືດຂອງພວກເຂົານັ້ນແຫຼະທີ່ບໍ່ຖືກຕ້ອງ.
ພວກເຈົ້າເວົ້າວ່າ, ‘ທາງຂອງອົງພຣະຜູ້ເປັນເຈົ້ານັ້ນບໍ່ຖືກຕ້ອງ’ ແຕ່ຊາດອິດສະຣາເອນເອີຍ ເຮົາຈະຕັດສິນພວກເຈົ້າຕາມທີ່ພວກເຈົ້າກະທຳ.”
ອັນໜຶ່ງ ຂໍພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ ແລະສັກດານຸພາບຈົ່ງມີແດ່ພຣະອົງ ຜູ້ທີ່ສາມາດປ້ອງກັນຮັກສາພວກເຈົ້າໄວ້ບໍ່ໃຫ້ສະດຸດລົ້ມລົງ ແລະນຳພວກເຈົ້າມາຢູ່ຊ້ອງພຣະພັກອັນສະຫງ່າຣາສີຂອງພຣະອົງ ຢ່າງຜູ້ທີ່ບໍ່ມີຄວາມຜິດ ແຕ່ມີຄວາມຍິນດີອັນເຫລືອລົ້ນ.