Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 16:2 - ພຣະຄຳພີສັກສິ

2 ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ​ສິ່ງ​ດີ​ທຸກຢ່າງ​ທີ່​ຂ້ານ້ອຍ​ມີ​ຢູ່​ທັງໝົດ ກໍ​ລ້ວນແຕ່​ມາ​ຈາກ​ພຣະອົງ​ທັງ​ສິ້ນ.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 16:2
15 Jak'a apnaqawi uñst'ayäwi  

ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ຂ້າແດ່​ພຣະເຈົ້າຢາເວ ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ນອກຈາກ​ພຣະອົງ​ແລ້ວ ຂ້ານ້ອຍ​ມີ​ໃຜ​ແດ່​ໃນ​ສະຫວັນ? ເມື່ອ​ມີ​ພຣະອົງ​ຂ້ານ້ອຍ​ຕ້ອງການ​ຢາກ​ໄດ້​ຫຍັງ​ອີກ​ແດ່​ໃນ​ໂລກນີ້?


ໂອ ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ປະເສີດ​ເລີດລໍ້າ​ທົ່ວ​ທັງ​ແຜ່ນດິນ​ໂລກ! ພຣະອົງ​ໄດ້​ຊົງຕັ້ງ​ສະຫງ່າຣາສີ​ຂອງ​ພຣະອົງ​ເໜືອ​ຟ້າ​ສະຫວັນ.


ລາວ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະ​ສີລາ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ.’


ຜູ້ນັ້ນ​ກໍ​ຕ້ອງ​ເວົ້າ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ປ້ອງກັນ​ແລະ​ຄຸ້ມຄອງ​ຂ້ານ້ອຍ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.


ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ສຳລັບ​ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ພວກເຈົ້າ​ປະຕິບັດ​ທຸກຢ່າງ ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ ຈົ່ງ​ເວົ້າ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ເພາະ​ພຽງແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ເທົ່ານັ້ນ.”’


ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”


“ຫລື​ຜູ້ໃດ​ໜໍ ທີ່​ໄດ້​ຖວາຍ​ສິ່ງໃດ​ສິ່ງໜຶ່ງ ແກ່​ພຣະອົງ​ກ່ອນ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ໃຫ້​ບາງ​ສິ່ງ ຕອບ​ແທນ​ແກ່​ຕົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka