1 ຂ້າແດ່ພຣະເຈົ້າ ຂໍຊົງໂຜດຄຸ້ມຄອງຂ້ານ້ອຍໃຫ້ປອດໄພດ້ວຍ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ພຣະເຈົ້າຢາເວປົກປ້ອງຜູ້ຂາດທີ່ເພິ່ງພາ ເມື່ອຂ້ານ້ອຍຢູ່ໃນອັນຕະລາຍພຣະອົງໄດ້ຊ່ວຍໄວ້.
ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ກໍເປັນດັ່ງພູເຂົາຊີໂອນ ທີ່ບໍ່ມີຫຍັງເຮັດໃຫ້ສະເທືອນ ແລະເຄື່ອນຍ້າຍໄດ້.
ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຂອງຢາໂຄບຊ່ວຍເຫຼືອ ຜູ້ທີ່ເພິ່ງໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ
ຂ້ານ້ອຍເດີນຕາມທາງທີ່ພຣະອົງສັ່ງສອນສະເໝີ ແລະບໍ່ເຄີຍຫລີກໜີຈາກທາງນັ້ນຈັກເທື່ອ.
ຂໍຊົງໂຜດຄຸ້ມຄອງຂ້ານ້ອຍໄວ້ດັ່ງແກ້ວຕາຂອງພຣະອົງ ຂໍຊົງໂຜດປົກບັງຂ້ານ້ອຍໄວ້ໃຕ້ຮົ່ມປີກຂອງພຣະອົງ ແລະຊົງປົກປ້ອງຂ້ານ້ອຍໄວ້ຈາກການໂຈມຕີຂອງຄົນຊົ່ວຮ້າຍດ້ວຍ.
ພວກເຂົາເວົ້າວ່າ, “ເຈົ້າຜູ້ເພິ່ງພຣະເຈົ້າຢາເວເອີຍ ເປັນຫຍັງພຣະອົງບໍ່ມາຊ່ວຍກູ້ເອົາເຈົ້າ? ຖ້າພຣະອົງພໍໃຈໃນຕົວເຈົ້າແທ້ນັ້ນ ເປັນຫຍັງພຣະອົງບໍ່ມາຊ່ວຍເຫຼືອເອົາເຈົ້າໄວ້?”
ຂໍຄຸ້ມຄອງແລະຊ່ວຍຂ້ານ້ອຍໃຫ້ພົ້ນໄພ ຂໍຢ່າໃຫ້ຂ້ານ້ອຍພ່າຍແພ້ເລີຍ ຂ້ານ້ອຍມາຫາພຣະອົງເພື່ອຄວາມປອດໄພ.
ທຸກຄົນທີ່ມີໃຈສັດຊື່ເອີຍ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຢາເວຊົງຄຸ້ມຄອງຮັກສາຄົນທີ່ມີໃຈສັດຊື່ ສ່ວນຄົນຈອງຫອງນັ້ນພຣະອົງຈະລົງໂທດທັນ ຕາມທີ່ພວກເຂົາສົມຄວນຈະໄດ້ຮັບ.
ສຳລັບພຣະເຈົ້າຢາເວພຣະອົງຮັກຄວາມເປັນທຳ ແລະບໍ່ປ່ອຍປະລະເລີຍຄົນທີ່ສັດຊື່ຕໍ່ພຣະອົງນັ້ນ. ພຣະອົງຄຸ້ມຄອງເຂົາເຈົ້າຕະຫລອດໄປ ແຕ່ເຊື້ອສາຍຂອງຄົນຊົ່ວຈະຖືກໄລ່ໃຫ້ໜີໄປສິ້ນ.
ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ເພາະຖືກສັດຕູໂຈມຕີແລະຖືກຂົ່ມເຫັງເລື້ອຍມາ.
ຂ້າແດ່ພຣະເຈົ້າ ພຣະອົງປະຕິເສດພວກຂ້ານ້ອຍ ພຣະອົງໃຫ້ພວກຂ້ານ້ອຍພ່າຍແພ້ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ບັດນີ້ໂຜດເຊົາແລະຄືນມາຫາພວກຂ້ານ້ອຍເຖີດ.
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍມາຫາເພື່ອຂໍໃຫ້ພຣະອົງປົກປ້ອງຄຸ້ມຄອງ ໂຜດຊ່ວຍເອົາຂ້ານ້ອຍໃຫ້ພົ້ນ ຈາກທຸກຄົນທີ່ໄລ່ຕາມລ່າຂ້ານ້ອຍດ້ວຍ
ຖ້າບໍ່ດັ່ງນັ້ນ ພວກເຂົາຈະລາກຂ້ານ້ອຍໄປດັ່ງໂຕສິງຂົບຈີກເຫຍື່ອ ກັດກິນເປັນຕ່ອນໆ ໂດຍບໍ່ມີຜູ້ໃດຊ່ວຍກູ້ໄວ້ໄດ້.
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
ຜູ້ທີ່ຮູ້ຈັກພຣະນາມຂອງພຣະອົງກໍວາງໃຈໃນພຣະອົງ ຜູ້ທີ່ມາຫາພຣະເຈົ້າຢາເວຈະບໍ່ຖືກປະຖິ້ມຈັກເທື່ອ.
ພຣະເຈົ້າຢາເວຮັກພວກທີ່ກຽດຊັງຄວາມຊົ່ວ ພຣະອົງຄຸ້ມຄອງຊີວິດປະຊາຊົນຂອງພຣະອົງໄວ້ ພຣະອົງຊ່ວຍກູ້ເອົາພວກເຂົາອອກຈາກຄວາມຊົ່ວຮ້າຍ.
ພຣະອົງຊົງປົກປ້ອງທາງຂອງຄວາມຍຸດຕິທຳ ແລະເຝົ້າຮັກສາທາງຂອງຄົນທີ່ເຊື່ອໃນພຣະອົງ.
ຕາມທີ່ຈິງ ພວກເຮົາຄິດວ່າ ໂທດເຖິງຕາຍໄດ້ຕົກຖືກພວກເຮົາແລ້ວ ເຖິງປານນັ້ນກໍຕາມ ເຫດການນີ້ໄດ້ເກີດຂຶ້ນ ເພື່ອບໍ່ໃຫ້ພວກເຮົາເຊື່ອໝັ້ນໃນຕົວເອງ ແຕ່ໃຫ້ພວກເຮົາເຊື່ອໝັ້ນໃນພຣະເຈົ້າ ອົງທີ່ບັນດານໃຫ້ຄົນຕາຍເປັນຄືນມາສູ່ຊີວິດ.
ເພາະເຫດນີ້ແຫຼະ ເຮົາຈຶ່ງຍອມທົນທຸກຕໍ່ສິ່ງເຫຼົ່ານີ້ ແຕ່ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອໝັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ.