Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 15:3 - ພຣະຄຳພີສັກສິ

3 ແລະ​ເປັນ​ຜູ້​ທີ່​ບໍ່​ເວົ້າ​ໃຫ້​ຄົນອື່ນ​ເສຍຫາຍ ບໍ່​ເຮັດ​ຜິດ​ຕໍ່​ໝູ່ຄູ່​ແລະ​ບໍ່​ກ່າວຂວັນ​ນິນທາ​ເພື່ອນບ້ານ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 15:3
16 Jak'a apnaqawi uñst'ayäwi  

ຈົ່ງ​ກຳຈັດ​ຄົນ​ອວດດີ​ໃຫ້​ໝົດສິ້ນ ແລະ​ການ​ໂຕ້ຖຽງ​ກັນ​ກໍ​ຈະ​ບໍ່ມີ ແລ້ວ​ການ​ວິວາດ​ສຽດສີ​ກັນ​ກໍ​ຈະ​ຫາຍ​ໄປສິ້ນ.


ພວກເຮົາ​ຮູ້​ບໍ່ໄດ້​ຈັກເທື່ອ​ເຖິງ​ຄວາມສູງ​ຂອງ​ຟ້າ​ສະຫວັນ ແລະ​ຄວາມເລິກ​ຂອງ​ແຜ່ນດິນ​ໂລກ​ສັນໃດ ພວກເຮົາ​ກໍ​ຮູ້​ບໍ່ໄດ້​ຈັກເທື່ອ​ເຖິງ​ສິ່ງ​ທີ່​ກະສັດ​ຄິດ​ສັນນັ້ນ ຄວາມຄິດ​ຂອງເພິ່ນ​ຢູ່​ເໜືອ​ພວກເຮົາ.


ເຮົາ​ຈະ​ອວຍພອນ​ພວກ​ທີ່​ຢຶດຖື​ວັນ​ຊະບາໂຕ​ແລະ​ຜູ້​ທີ່​ບໍ່​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ. ເຮົາ​ຈະ​ອວຍພອນ​ຜູ້​ທີ່​ບໍ່​ເຮັດ​ສິ່ງ​ອັນ​ຊົ່ວຊ້າ​ໃດໆ.”


ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


“ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນກັນ ອັນ​ນີ້​ແມ່ນ​ກົດບັນຍັດ ແລະ ຄຳສັ່ງສອນ​ຂອງ​ພວກ​ຜູ້ທຳນວາຍ.”


ແລະ​ເວົ້າ​ໃສ່ຮ້າຍ​ປ້າຍສີ​ກັນ, ການ​ກຽດຊັງ​ພຣະເຈົ້າ, ຂີ້ອົ່ງ​ໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດ​ຄິດແຕ່ງ​ການ​ຊົ່ວຊ້າ​ຂຶ້ນ, ບໍ່​ຟັງ​ຄວາມ​ພໍ່​ແມ່,


ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ການ​ຊົ່ວ​ແກ່​ຜູ້ໃດ​ຜູ້ໜຶ່ງ ຈົ່ງ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ດີ.


ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ. ສະນັ້ນ ຄວາມຮັກ​ຈຶ່ງ​ເປັນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ.


ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


ພໍ່​ຂ້ານ້ອຍ​ເອີຍ ເບິ່ງ​ສົ້ນ​ເສື້ອລ່າມ​ຂອງທ່ານ​ທີ່​ຂ້ານ້ອຍ​ພວມ​ຖື​ຢູ່​ນີ້​ດູ ຂ້ານ້ອຍ​ຄວນ​ຂ້າ​ທ່ານ​ຖິ້ມ​ເສຍ​ແລ້ວ, ແຕ່​ຂ້ານ້ອຍ​ພຽງແຕ່​ໄດ້​ຕັດ​ເອົາ​ສົ້ນ​ເສື້ອ​ເທົ່ານັ້ນ. ອັນນີ້​ກໍ​ເຮັດ​ໃຫ້​ທ່ານ​ແນ່ໃຈ​ໄດ້​ແລ້ວ​ວ່າ ຂ້ານ້ອຍ​ບໍ່ໄດ້​ກະບົດ​ຫລື​ຄິດ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ. ແມ່ນ​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ທ່ານ​ກໍຕາມ ແຕ່​ທ່ານ​ກໍ​ຍັງ​ຕາມລ່າ​ຂ້ານ້ອຍ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka