1 ຂ້າແດ່ພຣະເຈົ້າຢາເວ ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະອົງໄດ້? ຜູ້ໃດຈະນະມັດສະການທີ່ຊີໂອນເນີນພູສັກສິດ ຂອງພຣະອົງນັ້ນໄດ້.
ພຣະອົງກ່າວວ່າ, “ເຮົາໄດ້ແຕ່ງຕັ້ງກະສັດຂອງເຮົາ; ຢູ່ເທິງພູເຂົາຊີໂອນ ພູສັກສິດຂອງເຮົາ.”
ພຣະຄຸນຄວາມດີແລະຄວາມຮັກອັນໝັ້ນຄົງຂອງພຣະອົງ ຈະຕິດຕາມຂ້ານ້ອຍໄປຕະຫລອດວັນຄືນແຫ່ງຊີວິດຂອງຂ້ານ້ອຍ ແລະຂ້ານ້ອຍຈະຢູ່ໃນວິຫານຂອງພຣະເຈົ້າຢາເວ ຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ.
ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ຈາກເນີນພູສັກສິດ ພຣະອົງຕອບຂ້ານ້ອຍແລ້ວ.
ຊົ່ວຊີວິດຂອງຂ້ານ້ອຍນີ້ ຂໍຊົງໂຜດໃຫ້ໄດ້ຢູ່ໃນພຣະວິຫານຂອງພຣະອົງ ຂໍໃຫ້ຂ້ານ້ອຍໄດ້ພົບທີ່ປອດໄພໃຕ້ຮົ່ມປີກຂອງພຣະອົງດ້ວຍ.
ພວກທີ່ອາໄສຢູ່ໃນວິຫານຂອງພຣະອົງນັ້ນມີຄວາມສຸກທີ່ສຸດ ພວກເຂົາຮ້ອງເພງຍ້ອງຍໍສັນລະເສີນພຣະອົງບໍ່ຂາດ.
ພວກເຂົາເປັນດັ່ງຕົ້ນໄມ້ທີ່ປູກໄວ້ໃນວິຫານຂອງພຣະເຈົ້າຢາເວ ເກີດດອກອອກຜົນໃນເດີ່ນຂອງພຣະເຈົ້າຂອງພວກຂ້ານ້ອຍ.
ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດ ພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ.
ໂອ ພຣະບິດາເຈົ້າເອີຍ ພຣະອົງໄດ້ມອບພວກເຂົາໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍຢາກໃຫ້ພວກເຂົາຢູ່ກັບຂ້ານ້ອຍ ໃນບ່ອນທີ່ຂ້ານ້ອຍຢູ່ນັ້ນເໝືອນກັນ ເພື່ອພວກເຂົາຈະໄດ້ເຫັນສະຫງ່າຣາສີຂອງຂ້ານ້ອຍ ທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພາະພຣະອົງຮັກຂ້ານ້ອຍຕັ້ງແຕ່ກ່ອນສ້າງໂລກ.
ແຕ່ເຈົ້າທັງຫລາຍໄດ້ມາເຖິງພູເຂົາຊີໂອນ, ມາເຖິງນະຄອນຂອງພຣະເຈົ້າ ຜູ້ຊົງພຣະຊົນຢູ່ ຄືນະຄອນເຢຣູຊາເລັມແຫ່ງສະຫວັນ, ມາເຖິງຝູງເທວະດານັບເປັນຈຳນວນໝື່ນໆ ທີ່ຊຸມນຸມກັນເປັນງານມ່ວນຊື່ນ,
ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນພຣະເມສານ້ອຍຢືນຢູ່ເທິງພູເຂົາຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງແສນສີ່ໝື່ນສີ່ພັນຄົນ ຊຶ່ງເປັນພວກທີ່ມີພຣະນາມຂອງພຣະອົງ ແລະພຣະນາມພຣະບິດາຂອງພຣະອົງ ຂຽນໄວ້ທີ່ໜ້າຜາກຂອງພວກເຂົາ.