Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 148:1 - ພຣະຄຳພີສັກສິ

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ! ຈາກ​ຟ້າ​ສະຫວັນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ; ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ສູງສຸດ​ທັງຫຼາຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 148:1
8 Jak'a apnaqawi uñst'ayäwi  

ຂໍ​ພຣະເຈົ້າຢາເວ​ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ທຸກບ່ອນ​ທີ່​ພຣະອົງ​ປົກຄອງ ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ພຣະເຈົ້າຢາເວ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈິດວິນຍານ​ຂອງ​ຂ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ໂອ ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ເອີຍ ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ


ຂ້າແດ່​ພຣະເຈົ້າຢາເວ ຟ້າ​ສະຫວັນ​ຮ້ອງ​ຍົກຍ້ອງ ສັນລະເສີນ​ສິ່ງ​ງຶດງໍ້​ອັດສະຈັນ​ຂອງ​ພຣະອົງ ຜູ້​ບໍຣິສຸດ​ກໍ​ຍົກຍ້ອງ​ສັນລະເສີນ​ຄວາມສັດຊື່​ຂອງ​ພຣະອົງ.


ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ຮ້ອງເພງ​ສັນລະເສີນ! ໂອ ແຜ່ນດິນ​ໂລກ​ເອີຍ ຈົ່ງ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ! ຈົ່ງ​ໃຫ້​ພູເຂົາ​ທຸກໜ່ວຍ​ໂຮຮ້ອງ​ເປັນ​ສຽງ​ເພງ​ດັງໆ ພຣະເຈົ້າຢາເວ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ; ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ ພຣະອົງ​ຈະ​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ.


ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka