Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 146:8 - ພຣະຄຳພີສັກສິ

8 ພຣະເຈົ້າຢາເວ​ໃຫ້​ຄົນ​ຕາບອດ​ໄດ້​ມີ​ໂອກາດ​ເຫັນຮຸ່ງ​ອີກ. ພຣະເຈົ້າຢາເວ​ຍົກຍໍ​ທຸກຄົນ​ທີ່​ໄດ້​ລົ້ມລົງ​ໃຫ້​ລຸກຂຶ້ນ​ໃໝ່ ພຣະເຈົ້າຢາເວ​ຮັກ​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ທາງ​ຊອບທຳ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 146:8
18 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ເຮັດ​ຖືກຕ້ອງ​ແລະ​ຮັກ​ການ​ກະທຳ​ດີ ຜູ້​ທີ່​ເຮັດ​ຢ່າງ​ນີ້​ກໍ​ຈະ​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ​ໄດ້.


ພຣະເຈົ້າຢາເວ​ຊ່ວຍ​ຄົນ​ທີ່​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຂັດສົນ ແລະ​ອູ້ມຊູ​ຄົນ​ທີ່​ລົ້ມລົງ​ໃຫ້​ເຂົາ​ລຸກຂຶ້ນ​ໃໝ່.


ພຣະເຈົ້າຢາເວ​ຍົກ​ຜູ້​ທີ່​ຖ່ອມຕົວ ສ່ວນ​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ຢຽບຢໍ່າ​ລົງ​ແລະ​ທຳລາຍ​ຖິ້ມ.


ຄົນ​ຕາບອດ​ຈະ​ເຫັນຮຸ່ງ​ເມື່ອ​ເຂົາ​ແນມ​ໄປມາ ຄົນ​ຫູ​ໜວກ​ຈະ​ໄດ້ຍິນ​ເມື່ອ​ເຂົາ​ຟັງ​ຄົນ​ເວົ້າ.


ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.


ພຣະເຈົ້າ​ກ່າວ​ວ່າ, “ຄົນ​ຫູ​ໜວກ​ເອີຍ ຈົ່ງ​ຟັງ ມາ​ເບິ່ງ​ໃກ້ໆ​ພີ້ດູ ພວກເຈົ້າ​ຄົນ​ຕາບອດ


ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.


ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນ​ຮຸ່ງ. ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເຂັ້ມງວດ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້​ເປັນ​ເດັດຂາດ.”


ດ້ວຍວ່າ, ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ​ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ແຕ່​ພຣະເຈົ້າ ອົງ​ຊົງ​ໜູນໃຈ​ຜູ້​ທີ່​ໂສກເສົ້າ ຊົງ​ໂຜດ​ໜູນໃຈ​ພວກເຮົາ​ດ້ວຍ​ການ​ທີ່​ໃຫ້​ຕີໂຕ​ມາ​ເຖິງ​ພວກເຮົາ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ພຣະອົງ​ຮັກ​ໄພ່ພົນ​ຂອງ​ພຣະອົງ​ຫລາຍ ແລະ​ປົກປັກ​ຮັກສາ​ຜູ້​ທີ່​ເປັນ​ຄົນ​ຂອງ​ພຣະອົງ​ໄວ້. ດັ່ງນັ້ນ ພວກເຮົາ​ຈົ່ງ​ຂາບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທຸກປະການ​ນັ້ນ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka