Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 146:5 - ພຣະຄຳພີສັກສິ

5 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ຊ່ວຍເຫຼືອ ຜູ້​ທີ່​ເພິ່ງ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 146:5
17 Jak'a apnaqawi uñst'ayäwi  

“ກ່ອນ​ພໍ່​ຕາຍ ເພິ່ນ​ໄດ້​ສັ່ງ​ໄວ້​ກັບ​ພວກເຮົາ​ໃຫ້​ມາ​ບອກ​ເຈົ້າ​ວ່າ, ‘ລູກ​ຈົ່ງ​ກະລຸນາ​ຍົກ​ຄວາມຜິດ ທີ່​ພວກ​ອ້າຍ​ຂອງ​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າ​ເດີ.’ ບັດນີ້ ກະລຸນາ​ຍົກ​ຄວາມຜິດ​ທີ່​ພວກເຮົາ ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ ໄດ້​ເຮັດ​ມາ​ນັ້ນ​ເຖີດ.” ເມື່ອ​ໂຢເຊັບ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ເພິ່ນ​ກໍ​ຮ້ອງໄຫ້.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ຢູ່​ຝ່າຍ​ຄວາມຈິງ ເປັນ​ຂອງ​ປະຊາຊົນ​ທີ່​ມີ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ຈະ​ລົ້ມ​ຍ້ອນ​ເຕະ​ສະດຸດ ແຕ່​ພວກເຮົາ​ຈະ​ລຸກຢືນ​ຂຶ້ນ​ຢ່າງ​ໜັກແໜ້ນ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ພຣະເຈົ້າ ເປັນ​ພຣະເຈົ້າຢາເວ​ໃດ ຄວາມສຸກ​ເປັນ​ຂອງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ຫວັງ​ຕໍ່​ສິ່ງໃດ? ຂ້ານ້ອຍ​ຂໍ​ມອບ​ຄວາມ​ຫວັງໃຈ​ໄວ້​ກັບ​ພຣະອົງ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳການ ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ເທິງ​ໂລກນີ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າຢາເວ​ເອີຍ ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ ຂ້ານ້ອຍ​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ຄົນໜຸ່ມ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ​ເຖີດ ໂອ ພຣະເຈົ້າ​ຂອງ​ຢາໂຄບ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ຂ້ານ້ອຍ​ດ້ວຍ.


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ບອກສອນ ແລະ​ເຈົ້າ​ຈະ​ສຳເລັດຜົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ມີ​ຄວາມສຸກ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka