Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 146:4 - ພຣະຄຳພີສັກສິ

4 ເວລາ​ພວກເຂົາ​ຕາຍ​ກໍ​ຈະ​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ ແລ້ວ​ແຜນການ​ຂອງ​ພວກເຂົາ​ທັງໝົດ​ກໍ​ເຖິງ​ທີ່​ຈົບສິ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 146:4
17 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຂີ້ດິນ​ແຕ່​ພື້ນດິນ ມາ​ປັ້ນ​ເປັນ​ຊາຍ ແລະ​ເປົ່າ​ລົມຫາຍໃຈ​ໃສ່​ຮູ​ດັງ​ຂອງ​ຊາຍ​ທີ່​ຖືກ​ປັ້ນ​ຂຶ້ນ​ມາ​ນັ້ນ​ໃຫ້​ມີ​ຊີວິດ ແລະ​ຊາຍ​ທີ່​ຖືກ​ປັ້ນ​ນັ້ນ​ກໍໄດ້​ເລີ່ມ​ມີ​ຊີວິດ.


ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”


ເຮົາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເທິງ​ແຜ່ນດິນ​ໂລກ​ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່. ທຸກໆ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ຈະ​ດັບສູນ​ໄປ


ແຕ່​ເມື່ອ​ມະນຸດ​ຕາຍ​ແລ້ວ ແມ່ນ​ໄປ​ສູ່​ຈຸດຈົບ; ຄັນ​ເຂົາ​ຕາຍໄປ​ແລ້ວ ເຂົາ​ຈະ​ໄປ​ໃສ​ຕໍ່​ອີກ?


ພວກ​ລູກຊາຍ​ລາວ​ໄດ້​ກຽດ ແຕ່​ລາວ​ພັດ​ບໍ່​ຮູ້​ນຳ ທັງ​ບໍ່ມີ​ຜູ້ໃດ​ບອກ​ລາວ ເມື່ອ​ເຂົາ​ຖືກ​ຂາຍ​ຂີ້ໜ້າ.


ຈຸດຈົບ​ຂອງຂ້ອຍ​ມາ​ໃກ້ ຂ້ອຍ​ຫາຍໃຈ​ຝືດ​ເຕັມທີ ຂ້ອຍ​ບໍ່ມີ​ຫຍັງ​ເຫຼືອ​ຢູ່ ນອກຈາກ​ຂຸມຝັງສົບ​ເທົ່ານັ້ນ.


ວັນ​ຂອງຂ້ອຍ​ໄດ້​ຜ່ານ​ໄປ ແລະ​ແຜນການ​ຂອງຂ້ອຍ​ກໍ​ລົ້ມ​ລະລາຍ ຄວາມຫວັງ​ທີ່​ຂ້ອຍ​ມີ​ກໍ​ສິ້ນ​ສະຫລາຍ​ໄປ​ດ້ວຍ.


ຕາບໃດ​ທີ່​ຂ້ອຍ​ນີ້​ຍັງ​ມີ​ຊີວິດ​ຢູ່ ທີ່​ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ​ມີ​ລົມຫາຍໃຈ,


ເວລາ​ພຣະອົງ​ຫັນໜ້າ​ໜີ​ມັນ​ກໍ​ເກີດ​ຢ້ານກົວ ເມື່ອ​ຖອດ​ລົມຫາຍໃຈ​ຄືນ ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ກາຍເປັນ​ຂີ້ດິນ​ອີກ.


ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.


ພຣະອົງ​ບອກ​ໃຫ້​ມະນຸດ​ຄືນ​ໄປ​ສູ່​ບ່ອນ​ທີ່​ເຂົາ​ມາ ແລະ​ປ່ຽນ​ມະນຸດ​ໃຫ້​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ​ອີກ.


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


ຄວາມຮັກ, ຄວາມຊັງ ແລະ​ຕັນຫາ​ຂອງ​ພວກເຂົາ ລ້ວນແຕ່​ໄດ້​ຕາຍໄປ​ກັບ​ພວກເຂົາ​ດ້ວຍ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ​ອີກ​ເລີຍ.


ຢ່າ​ເຊື່ອໝັ້ນ​ຕາຍໃຈ​ໃນ​ມະນຸດ​ທີ່​ຕາຍເປັນ. ພວກເຂົາ​ມີ​ຄ່າ​ຫຍັງ​ແດ່?


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ເຖິງ​ປານນັ້ນ​ກໍດີ, ເຮົາ​ເຄີຍ​ປະກາດ​ຖ້ອຍຄຳ​ແຫ່ງ​ປັນຍາ ໃຫ້​ແກ່​ຄົນ​ທີ່​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ​ກໍ​ຈິງ, ແຕ່​ບໍ່ແມ່ນ​ປັນຍາ​ທີ່​ເປັນ​ຂອງ​ໂລກນີ້ ຫລື​ປັນຍາ​ຂອງ​ອຳນາດ​ທີ່​ປົກຄອງ​ໂລກນີ້ ຊຶ່ງ​ກຳລັງ​ເສື່ອມສູນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka