3 ຢ່າມອບຄວາມຫວັງຂອງເຈົ້າໄວ້ໃນບັນດາຜູ້ນຳ ບໍ່ມີມະນຸດຄົນໃດອາດຊ່ວຍເຈົ້າໃຫ້ພົ້ນໄດ້.
ກະສັດຕອບວ່າ, “ຖ້າພຣະເຈົ້າຢາເວບໍ່ຊ່ວຍເຈົ້າແລ້ວ ເຮົາຈະຊ່ວຍເຈົ້າໄດ້ຢ່າງໃດ? ເຮົາມີເຂົ້າ ຫລືເຫຼົ້າອະງຸ່ນຊັ້ນບໍ?
ໃນຄັ້ງນັ້ນ ຜູ້ທຳນວາຍຮານານີໄດ້ໄປພົບກະສັດອາສາ ແລະກ່າວວ່າ, “ຍ້ອນທ່ານໄດ້ເພິ່ງກະສັດແຫ່ງຊີເຣຍ ແທນທີ່ຈະເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ອົງທີ່ເຮັດໃຫ້ກອງທັບຂອງກະສັດແຫ່ງອິດສະຣາເອນ ຖອຍໜີໄປຈາກທ່ານ.
ໂຜດຊ່ວຍຕໍ່ສູ້ເຫຼົ່າສັດຕູແດ່ ມະນຸດບໍ່ສາມາດຊ່ວຍໄດ້ເລີຍ.
ຂໍຊົງໂຜດຊ່ວຍເຫຼືອພວກຂ້ານ້ອຍໃນການຕໍ່ສູ້ສັດຕູແດ່ທ້ອນ ເພາະການຊ່ວຍເຫຼືອຂອງມະນຸດນັ້ນໃຊ້ການຫຍັງບໍ່ໄດ້ເລີຍ.
ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ.
ຢ່າເຊື່ອໝັ້ນຕາຍໃຈໃນມະນຸດທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່?
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ໃນວັນນັ້ນ ຫລັກຊຶ່ງມັດໄວ້ຢ່າງໝັ້ນຄົງກໍຈະຫລຸດ ແລະຕົກລົງ. ອັນນັ້ນຈະແມ່ນຈຸດຈົບຂອງທຸກໆສິ່ງທີ່ເກາະຫ້ອຍຢູ່ເທິງນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຊາວເອຢິບບໍ່ແມ່ນພຣະເຈົ້າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ. ມ້າຂອງພວກເຂົາບໍ່ໄດ້ວິເສດຫຍັງ. ເມື່ອພຣະເຈົ້າຢາເວດຳເນີນການ ຊາດທີ່ເຂັ້ມແຂງກໍຈະແຕກເປັນປ່ຽງນ້ອຍໆ ແລະຊາດອ່ອນແອທີ່ໄປຂໍໃຫ້ຊ່ວຍເຫລືອນັ້ນກໍຈະລົ້ມລົງ. ທັງສອງຈະຖືກທຳລາຍ.
ເພິ່ນຈຶ່ງສົ່ງຄຳຕອບກັບຄືນໄປດັ່ງນີ້: “ພຣະເຈົ້າຢາເວ ບອກທ່ານດັ່ງນີ້ວ່າ, ‘ບໍ່ໃຫ້ຕົກໃຈຢ້ານກົວ ເພາະຄຳກ່າວອ້າງຂອງຄົນຮັບໃຊ້ກະສັດອັດຊີເຣຍທີ່ໄດ້ປ້ອຍດ່າເຮົາ.