1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈິດວິນຍານຂອງຂ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ທຸກສິ່ງທີ່ຢູ່ພາຍໃນຂ້ານ້ອຍ. ຈົ່ງຍ້ອງຍໍສັນລະເສີນພຣະນາມບໍຣິສຸດຂອງພຣະອົງ
ຂໍພຣະເຈົ້າຢາເວຈົ່ງເປັນທີ່ຍ້ອງຍໍສັນລະເສີນ ທຸກສິ່ງທີ່ຖືກສ້າງມາ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າໃນທຸກບ່ອນທີ່ພຣະອົງປົກຄອງ ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍົກຍໍພຣະເຈົ້າຢາເວ.
ຂໍໃຫ້ຄົນບາບຖືກທຳລາຍສ້ຽງຈາກໂລກນີ້ສາ ຂໍຢ່າສູ່ໃຫ້ມີຄົນຊົ່ວຫລົງເຫລືອຢູ່ຕໍ່ໄປອີກ. ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍົກຍໍສັນລະເສີນພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
ເພື່ອວ່າປະຊາຊົນຂອງພຣະອົງຈະເຊື່ອຟັງກົດບັນຍັດ ແລະຖືຮັກສາຂໍ້ຄຳສັ່ງທັງໝົດຂອງພຣະອົງ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.