3 ເມື່ອໃດຂ້ານ້ອຍເກີດຄວາມທໍ້ຖອຍໃຈ ພຣະອົງກໍຮູ້ວ່າຂ້ານ້ອຍຄວນເຮັດຢ່າງໃດ. ຕາມຫົນທາງທີ່ຂ້ານ້ອຍຍ່າງທຽວໄປ ສັດຕູກໍຫ້າງແຮ້ວເພື່ອດັກຈັບຂ້ານ້ອຍໄວ້.
ແຕ່ພຣະເຈົ້າຊົງຮູ້ທາງທີ່ຂ້ອຍກ້າວໄປ ເມື່ອພຣະອົງຊົງທົດສອບຂ້ອຍແລ້ວ ພຣະອົງຈະພົບວ່າຂ້ອຍບໍຣິສຸດເໝືອນຄຳ.
ເພາະວ່າພຣະເຈົ້າຢາເວ ຊົງພິທັກຮັກສາຄົນຊອບທຳ ແຕ່ທາງຂອງຄົນອະທຳຈະຈິບຫາຍໄປ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງຄຳພາວັນນາອະທິຖານແດ່ ໂຜດຟັງຄຳຂໍຮ້ອງໃຫ້ຊ່ວຍເຫຼືອຂອງຂ້ານ້ອຍດ້ວຍ.
ຂ້ານ້ອຍຖືກຕີຈົນລົ້ມດັ່ງຫຍ້າທີ່ຫ່ຽວແຫ້ງໄປ ຂ້ານ້ອຍບໍ່ຢາກກິນຫຍັງທັງເຂົ້າແລະນໍ້າ.
ຄົນຈອງຫອງໄດ້ຫ້າງແຮ້ວໃຫ້ຂ້ານ້ອຍຖືກຈັບ ແລະວາງບ້ວງດັກຈັບຕາມທາງທີ່ໄປນັ້ນ.
ຂໍຊົງໂຜດຄຸ້ມຄອງຂ້ານ້ອຍຈາກບ້ວງແຮ້ວທີ່ຖືກຫ້າງໄວ້ ແລະຈາກຕາໜ່າງທີ່ຄົນຊົ່ວຫ້າງໃສ່ຂ້ານ້ອຍ.
ສະນັ້ນ ຂ້ານ້ອຍຈຶ່ງທໍ້ຖອຍໃຈ ເພາະຂ້ານ້ອຍຜິດຫວັງເຕັມທົນເສຍແລ້ວ.
ເມື່ອພຣະອົງຊົງກວດເບິ່ງຈິດໃຈຂອງຂ້ານ້ອຍ. ພຣະອົງມາຫາຂ້ານ້ອຍໃນຕອນກາງຄືນ; ເມື່ອພຣະອົງໄດ້ກວດເບິ່ງຂ້ານ້ອຍ ແລະກໍບໍ່ພົບຄວາມປາຖະໜາຊົ່ວໃດໆ ຢູ່ໃນຈິດໃຈຂອງຂ້ານ້ອຍ.
ເຫື່ອແຮງຂອງຂ້ານ້ອຍກໍໄດ້ສູນເສຍໄປ ດັ່ງນໍ້າທີ່ໄຫລຊະໄປຕາມພື້ນດິນນັ້ນ. ກະດູກຂອງຂ້ານ້ອຍທຸກຊີກກໍບໍ່ຕິດຕໍ່ກັນ ຈິດໃຈຂອງຂ້ານ້ອຍກໍເປື່ອຍໄປດັ່ງຂີ້ເຜິ້ງ.
ໂຜດຮັກສາຂ້ານ້ອຍຈາກແຮ້ວທີ່ຖືກຫ້າງໄວ້ແດ່ ແລະເປັນທີ່ຫລົບລີ້ໃຫ້ຂ້ານ້ອຍແດ່ທ້ອນ.
ພວກເຂົາລີ້ຈຸ້ມກັນຊອມເບິ່ງສິ່ງທີ່ຂ້ານ້ອຍກະທຳ ລໍຫາໂອກາດດີທີ່ຈະສັງຫານຂ້ານ້ອຍຖິ້ມ.
ຂ້ານ້ອຍຮ້ອງຫາພຣະອົງເພາະຄວາມໝົດຫວັງ ແລະຂ້ານ້ອຍກໍກຳລັງຢູ່ຫ່າງໄກຈາກບ້ານ.
ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ.
ເມື່ອຂ້ານ້ອຍຄິດເຖິງພຣະເຈົ້າກໍຖອນຫາຍໃຈ ເມື່ອຄິດຕຶກຕອງກໍອ່ອນກຳລັງໃຈໄປດ້ວຍ.
ຈົ່ງສົ່ງຝູງຄົນເຂົ້າມາປຸ້ນເຮືອນຂອງພວກເຂົາ ຢ່າງພວກເຂົາບໍ່ຮູ້ຕົວ; ຈົ່ງເຮັດໃຫ້ພວກເຂົາຮ້ອງໄຫ້ດ້ວຍຄວາມຢ້ານກົວແດ່ທ້ອນ. ພວກເຂົາໄດ້ຂຸດຫລຸມໄວ້ດັກຈັບຂ້ານ້ອຍ ແລະໄດ້ເຮັດແຮ້ວດັກຈັບຂ້ານ້ອຍຄືກັນ.
ຕະຫລອດທັງຄືນນັ້ນໃຫ້ເຈົ້າລຸກຂຶ້ນມາ ລຸກແລ້ວລຸກອີກ ຄໍ່າຄວນຫາອົງພຣະຜູ້ເປັນເຈົ້າ; ຈົ່ງເປີດໃຈເຈົ້າອອກຂໍໃຫ້ເມດຕາລູກເຈົ້າທັງຫລາຍ ຜູ້ທີ່ອຶດຫິວຕາຍຕາມແຈຫົນທາງທຸກເສັ້ນ.
ເມື່ອນັ້ນ ພວກຟາຣີຊາຍໄດ້ໄປປະຊຸມປຶກສາກັນວາງແຜນ ເພື່ອຈັບຜິດພຣະເຢຊູເຈົ້າໃນເລື່ອງໃດເລື່ອງໜຶ່ງ.