2 ຂ້ານ້ອຍນຳຄຳຮ້ອງທຸກມາສະເໜີຕໍ່ພຣະອົງ ແລະບອກຄວາມເດືອດຮ້ອນທັງໝົດທີ່ມີ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາຜູ້ປ້ອງກັນຮັກສາຂ້ານ້ອຍ ຂໍຊົງໂຜດຟັງຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອແດ່ທ້ອນ ຖ້າພຣະອົງບໍ່ຕອບ ຂ້ານ້ອຍກໍຈະຢູ່ໃນທ່າມກາງ ພວກທີ່ລົງໄປສູ່ແດນມໍຣະນາ.
ເມື່ອຄິດເຖິງອະດີດກໍທຸກລະທົມໃຈຫລາຍ ເມື່ອໄດ້ຍ່າງເປັນຝູງໄປສູ່ວິຫານຂອງພຣະເຈົ້າ ແລະໄດ້ພາເຂົາເຈົ້າຍ່າງຕາມຫລັງກັນໄປ ສຸກໃຈຮ້ອງລຳທຳເພງຍ້ອງຍໍສັນລະເສີນພຣະເຈົ້າ.
ຈົ່ງໄວ້ວາງໃຈໃນພຣະເຈົ້າໄດ້ທຸກເວລາ ປະຊາຊົນຂອງຂ້ອຍເອີຍ. ຈົ່ງທູນຄວາມເດືອດຮ້ອນທຸກຢ່າງໃຫ້ພຣະອົງຟັງ ເພາະພຣະອົງເປັນທີ່ເພິ່ງຂອງພວກເຮົາ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງລົງໂທດຄົນຂອງພຣະອົງ ພວກເຂົາໄດ້ພາວັນນາອະທິຖານດ້ວຍຈິດໃຈທີ່ເຈັບປວດ.
ທຳນອງດຽວກັນນັ້ນແຫຼະ ພຣະວິນຍານກໍຊ່ວຍຊູພວກເຮົາເມື່ອພວກເຮົາອ່ອນກຳລັງ, ເພາະພວກເຮົາບໍ່ຮູ້ວ່າ ພວກເຮົາຄວນຈະພາວັນນາອະທິຖານຂໍຢ່າງໃດ, ແຕ່ອົງພຣະວິນຍານນັ້ນເອງ ວິງວອນຂໍກັບພຣະເຈົ້າແທນພວກເຮົາ ດ້ວຍຄຳໂອ່ຍຄາງທີ່ຫາຄຳອະທິບາຍບໍ່ໄດ້.
ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ.