Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 142:1 - ພຣະຄຳພີສັກສິ

1 ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າຢາເວ ດ້ວຍ​ສຽງ​ຄໍ່າຄວນ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ດ້ວຍ​ສຽງ​ປາກ​ຂອງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 142:1
12 Jak'a apnaqawi uñst'ayäwi  

ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ບັດນີ້ ໂຜດ​ຊ່ວຍເຫລືອ​ແລະ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.


ເມື່ອ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ ຂໍ​ພຣະອົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ຄື​ເມື່ອ​ຂ້ານ້ອຍ​ຍໍ​ມື​ໄປ​ທາງ​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ຊ່ວຍເຫລືອ​ດັ່ງນີ້:


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການອະໄພ​ບາບກຳ​ ແລະ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຍົກໂທດ​ຈາກ​ຄວາມຜິດ.


ຂ້າແດ່​ພຣະເຈົ້າ ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໂດຍ​ພຣະນາມ​ຂອງ​ພຣະອົງ​ແດ່​ ແລະ​ໂຜດ​ໃຫ້​ເປັນ​ອິດສະລະ​ໂດຍ​ພຣະ​ກຳລັງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ແຜ່ນດິນ​ໂລກ​ນີ້​ກໍ​ບໍ່​ສົມ​ກັບ​ຄົນ​ເຫຼົ່ານັ້ນ ພວກເພິ່ນ​ໄດ້​ທຽວ​ໄປມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖໍ້າ​ແລະ​ໃນ​ຂຸມ.


ກະສັດ​ໂຊນ​ໄດ້​ເຂົ້າ​ໄປ​ຖ່າຍ​ຢູ່​ໃນ​ຖໍ້າ​ແຫ່ງ​ໜຶ່ງ ໃກ້ໆ​ກັບ​ຄອກ​ແກະ​ທີ່​ຢູ່​ແປະ​ແຄມ​ທາງ. ພໍດີ​ຢູ່​ໃນ​ຖໍ້າ​ນັ້ນ​ມີ​ດາວິດ​ກັບ​ພວກຄົນ​ຂອງ​ລາວ​ລີ້​ຢູ່.


ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ນີ້​ແມ່ນ​ໂອກາດ​ຂອງທ່ານ​ແລ້ວ ພຣະເຈົ້າຢາເວ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ຢູ່​ໃນ​ກຳມື​ຂອງທ່ານ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ບັດນີ້ ຈົ່ງ​ເຮັດ​ກັບ​ສັດຕູ​ຂອງທ່ານ​ຕາມ​ທີ່​ຕ້ອງການ​ສາ.” ດາວິດ​ຈຶ່ງ​ຄານ​ອອກ​ມາ​ຕັດ​ສົ້ນ​ເສື້ອລ່າມ​ຂອງ​ກະສັດ​ໂຊນ ໂດຍ​ທີ່​ເພິ່ນ​ບໍ່​ຮູ້​ຕົວ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka