Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 141:3 - ພຣະຄຳພີສັກສິ

3 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັ້ງ​ຍາມ​ເຝົ້າ​ທີ່​ປາກ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ມີ​ຜູ້ປ້ອງກັນ​ຍາມ​ທີ່​ປະຕູ​ປາກ​ເຖີດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 141:3
8 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ລະເວັ້ນ​ຈາກ​ການເວົ້າ​ຊົ່ວຊ້າ ຢ່າ​ໃຫ້​ຄຳເວົ້າ​ຕົວະ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ.


ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”


ຂ້ອຍ​ງັບ​ປາກ​ມິດງຽບ ແລະ​ບໍ່​ເວົ້າຈາ​ຫຍັງ ເຖິງ​ແມ່ນ​ວ່າ​ເປັນ​ເລື່ອງ​ດີ​ກໍຕາມ


ຕະຫລອດ​ວັນ​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ກ່າວ​ເຖິງ​ສະຫງ່າຣາສີ​ຂອງ​ພຣະອົງ.


ຢ່າ​ເຊື່ອ​ເພື່ອນບ້ານ​ຫລື​ໄວ້ໃຈ​ເພື່ອນມິດ​ຂອງຕົນ. ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແມ່ນແຕ່​ກັບ​ເມຍ​ຂອງ​ພວກເຈົ້າ​ກໍດີ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ.


ພວກເຮົາ​ທຸກຄົນ​ເຮັດ​ຜິດພາດ​ຢູ່​ເລື້ອຍໆ ຖ້າ​ຜູ້ໃດ​ບໍ່ໄດ້​ເຮັດ​ຜິດ​ທາງ​ວາຈາ ຜູ້ນັ້ນ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ແລະ​ສາມາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka