9 ຖ້າບິນໄປຮອດທິດຕາເວັນອອກ ຫລືໄປຕັ້ງຖິ່ນຖານທີ່ທາງທິດຕາເວັນຕົກພຸ້ນ.
ພຣະອົງນັ່ງເທິງເຄຣຸບ ແລະສະເດັດລົງມາ ແລະທ່ອງທ່ຽວໄປມາຕາມປີກລົມພັດ.
ມັນຂຶ້ນຈາກຟ້າສະຫວັນເບື້ອງໜຶ່ງໄປຫາອີກເບື້ອງໜຶ່ງ ບໍ່ມີສິ່ງໃດຫລົບລີ້ຈາກຄວາມຮ້ອນຂອງມັນໄດ້.
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.