6 ພຣະອົງຮູ້ຈັກຂ້ານ້ອຍຢ່າງເລິກເຊິ່ງທີ່ສຸດ ເໜືອກວ່າຄວາມເຂົ້າໃຈຂອງຂ້ານ້ອຍອີກ.
ແຕ່ສິ່ງທີ່ກ່າວມານີ້ ເປັນພຽງແຕ່ກ່າວເຖິງອຳນາດພຽງເລັກນ້ອຍຂອງພຣະອົງ ເປັນພຽງແຕ່ສຽງຊິ່ມຄ່ອຍໆ ທີ່ພວກເຮົາໄດ້ຍິນເທົ່ານັ້ນ. ຖ້າດັ່ງນັ້ນ ຜູ້ໃດແດ່ທີ່ມີຄວາມເຂົ້າໃຈ ເຖິງຄວາມຍິ່ງໃຫຍ່ອັນແທ້ຈິງຂອງພຣະເຈົ້າໄດ້ແດ່?”
ພຣະອົງກ່າວວ່າ, ‘ເປັນຫຍັງກ້າຖາມເຖິງພຣະປັນຍາ ເພາະຂ້ານ້ອຍເອງໂງ່ຈ້າທີ່ສຸດ.’ ຂ້ານ້ອຍໄດ້ເວົ້າເຖິງສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ເຖິງສິ່ງທີ່ອັດສະຈັນຍິ່ງໃຫຍ່ທີ່ຂ້ານ້ອຍຈະຮູ້ໄດ້.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະລືມໄລຂ້ານ້ອຍ ໄປດົນນານປານໃດ ຕະຫລອດໄປບໍ? ພຣະອົງຍັງຈະລີ້ໜ້າຂອງພຣະອົງ ໄປຈາກຂ້ານ້ອຍດົນນານປານໃດ?
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງໄດ້ຊົງກະທຳຫລາຍຢ່າງສຳລັບພວກຂ້ານ້ອຍ ບໍ່ມີຜູ້ໃດຄືພຣະອົງທີ່ເຮັດສິ່ງອັດສະຈັນໃຫ້ໄດ້ເຫັນ ຊຶ່ງມີຫລາຍຢ່າງຈົນຂ້ານ້ອຍບໍ່ສາມາດກ່າວໝົດເພາະມີຫລາຍແທ້ໆ.
ມີຢູ່ສີ່ຢ່າງທີ່ຂ້ອຍບໍ່ເຂົ້າໃຈແລະອັດສະຈັນໃຈທີ່ສຸດຄື:
ຄວາມຮັ່ງມີຂອງພຣະເຈົ້າກໍມີຢ່າງລົ້ນເຫລືອ ແລະພຣະສະຕິປັນຍາ ທັງຄວາມຮອບຮູ້ຂອງພຣະອົງກໍແສນເລີດລໍ້າ ການຕັດສິນຂອງພຣະອົງ ກໍເຫຼືອທີ່ຈະເຂົ້າໃຈໄດ້ ແລະວິທີທາງຂອງພຣະອົງ ກໍເຫຼືອວິໄສທີ່ຈະຄົ້ນຄວ້າໄດ້.