4 ຂ້າແດ່ພຣະເຈົ້າຢາເວ ແມ່ນວ່າກ່ອນທີ່ຂ້ານ້ອຍເວົ້າຄຳໃດໆອອກມາ ພຣະອົງກໍຮູ້ລ່ວງໜ້າສິ່ງທີ່ຂ້ານ້ອຍຈະເວົ້ານັ້ນ.
“ເຈົ້າຄືຜູ້ໃດ ທີ່ກ້າຖາມເຖິງສະຕິປັນຍາຂອງເຮົາ ດ້ວຍຄວາມໂງ່ ແລະຄຳເວົ້າເຫລວໄຫລຂອງເຈົ້າ?
ພຣະອົງກ່າວວ່າ, ‘ເປັນຫຍັງກ້າຖາມເຖິງພຣະປັນຍາ ເພາະຂ້ານ້ອຍເອງໂງ່ຈ້າທີ່ສຸດ.’ ຂ້ານ້ອຍໄດ້ເວົ້າເຖິງສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ເຖິງສິ່ງທີ່ອັດສະຈັນຍິ່ງໃຫຍ່ທີ່ຂ້ານ້ອຍຈະຮູ້ໄດ້.
ໂຜດໃຫ້ຄຳເວົ້າແລະຄວາມຄິດຂອງຂ້ານ້ອຍເປັນທີ່ພໍໃຈພຣະອົງ ຂ້າແດ່ພຣະເຈົ້າຢາເວ ອົງເປັນສີລາຂອງຂ້ານ້ອຍແລະເປັນພຣະຜູ້ໄຖ່ຂອງຂ້ານ້ອຍ.
ຊາຕາກຳຂອງພວກເຂົາເປັນເຊັ່ນນີ້ ກໍຍ້ອນພວກເຂົາໄດ້ເຮັດບາບຢ່າງຮ້າຍແຮງ ຄືພວກເຂົາໄດ້ຫລິ້ນຊູ້ສູ່ຜົວເມຍ ແລະໄດ້ເວົ້າຕົວະໃນນາມຂອງເຮົາ ທີ່ເຮົາບໍ່ໄດ້ສັ່ງໄວ້ແກ່ພວກເຂົາ. ເຮົາຮູ້ເຫັນສິ່ງທີ່ພວກເຂົາໄດ້ເຮັດ ແລະເຮົາກໍເປັນພະຍານຕໍ່ສູ້ໃນເລື່ອງນີ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”
ໃນເວລານັ້ນ ເຮົາຈະຖືໂຄມໄຟອັນໜຶ່ງ ເຍືອງຄົ້ນຫານະຄອນເຢຣູຊາເລັມ. ເຮົາຈະລົງໂທດປະຊາຊົນທີ່ສ້າງຄວາມອີ່ມອົກອີ່ມໃຈ ແລະເຊື່ອໝັ້ນໃນຕົນເອງ ຄືຜູ້ທີ່ເວົ້າໃນຈິດໃຈວ່າ, ‘ບໍ່ວ່າຮ້າຍຫລືດີ ພຣະເຈົ້າຢາເວເຮັດຫຍັງບໍ່ໄດ້ດອກ.’
ຖ້າຜູ້ໃດຄິດວ່າຕົນເປັນຄົນມີທຳມະ ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນແລ້ວ ທຳມະຂອງຜູ້ນັ້ນກໍບໍ່ມີປະໂຫຍດ ແລະເປັນການຫລອກລວງຕົນເອງເທົ່ານັ້ນ.